ທ່ານ Kofi Annan ສະເຫນີຈັດຕັ້ງກອງປະຊຸມ ພົບປະເຈລະຈາສາກົນກ່ຽວກັບ ຊີຣີ

ທ່ານ Kofi Annan  ສະເຫນີຈັດຕັ້ງກອງປະຊຸມ       ພົບປະເຈລະຈາສາກົນກ່ຽວກັບ ຊີຣີ - ảnh 1
ທ່ານ Kofi Annan ທູດພິ​ເສດ​ລວ​ມຂອງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ​ອາຣັບ
ພາບ: REUTERS

(vovworld) - ​ ຕາມ​ທ່ານ Ahmad Fawzi ​ໂຄສົກ​ຂອງ​ທ່ານ Kofi Annan ທູດພິ​ເສດ​ລວ​ມຂອງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ​ອາຣັບ ກ່ຽວ​ກັບ​ສະພາບ​ການ ຊີຣີ ​ແລ້ວ, ທ່ານ Kofi Annan ປາດ​ຖະຫນາ​ຢາກຮຽກ​ໂຮມ​ການ​ປະຊຸ​ມລະຫວ່າງ ບັນດາ​ກຸ່ມ​ພົບ​ປະ​​ເຈລະຈາສາກົນ​ກ່ຽວ​ກັບ​ສະພາບ​ການ ຊີຣີ​ໂດຍ​ໄວ ​ເພື່ອ​ຊ່ວຍ​ເພີ່ມ​ທະວີ​ການ​ປະຕິບັດ​ແຜນການ​ສັນຕິພາບ 6 ຂໍ້ ຂອງ​ທ່ານ ​ແທນ​ທີ່ຕ້ອງ​ສ້າງ​​ແຜນການ​ໃຫມ່. ບັນຫາ​ຕົ້ນຕໍ​ໃນ​ຂໍ້​ສະ​ເຫ​ນີຂອງ​ທ່ານ Kofi Annan ນັ້ນ​ແມ່ນ​ສ້າງ​ກຸ່ມ​ພົບ​ປະ​ເຈລະຈາຊຶ່ງ​ລວມມີ: ລັດ​ເຊຍ, ຈີນ, ອາ​ເມ​ລິ​ກາ, ອັງກິດ, ຝລັ່ງ ​ແລະ ບັນດາ​ປະ​ເທດ​ທີ່ສວມ​ບົດບາດ​ສຳຄັນ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ຊຶ່ງ​ມີ​ລະດັບ​ຜົນ​ສະທ້ອນ​ເຖິງ​ລັດຖະບານ ຊີຣີ ​ແລະ ຝ່າຍ​ຄ້ານ​ຄື: ອາຣັບ​ເບຍ ຊາ​ອູດີດ, ກາ​ຕາ, ຕວັກ​ກີ ​ແລະ ອີຣານ. ​, ທ່ານ Kofi Annan ປາດ​ຖະຫນາ​ວ່າ ເລື່ອງ​ສ້າງ​ຕັ້ງ​ກຸ່ມ​ພົບ​ປະ​ເຈລະຈາ​ຄື​ແນວ​ນັ້ນຈະ​ແກ້​ໄຂ​ສະພາບ​ບໍ່​ມີ​ທາງ​ອອກ​ລະຫວ່າງ 5 ປະ​ເທດສະມາຊິກ​ສະພາ​ຄວາມ​ໝັ້ນຄົງ​ສະ​ຫະປະຊາ​ຊາດ​ໃນ​ບັນຫາ​ຢັບຢັ້ງ​ສະພາບ​ການ​ຢູ່ ຊີຣີ້. Kofi Annan ກໍ​ກ່າວ​ເຕືອນ​ກ່ຽວ​ກັບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ເຊື້ອ​ຊາດ​ຜິວ​ພັນ ຢູ່ ຊີຣີ ພວມ​ເພີ່​ມຂຶ້ນ​ໃນ​ບັນດາສັບປະດາ​ມໍ່ໆ​ມາ​ນີ້ ​ແລະ ອາດ​ຈະ​ແຜ່​ລາມ​ອອກ​ສູ່​ບັນດາ​ປະ​ເທດ​ບ້ານ​ໃກ້​ຄຽງ.

ຂ່າວ/ບົດ​ອື່ນ