( vovworld ) – ວັນທີ 22/4, ທ່ານ Kofi Annnan ທູດພິເສດລວມກ່ຽວກັບຊີຣີ ຂອງສະຫະປະຊາຊາດ ແລະ ສະຫະພັນອາຣັບ ໄດ້ຮຽກຮ້ອງອີກເທື່ອ 1 ໃຫ້ອຳນາດການປົກຄອງ ຊີຣີ ກໍຄືກຳລັງຝ່າຍຄ້ານຢູ່ປະເທດຕາເວັນອອກກາງນີ້ ຕ້ອງຢຸດຕິການໃຊ້ຄວາມຮຸນແຮງໂດຍໄວ ແລະ ບໍ່ນຳໃຊ້ບັນດາອາວຸດໜັກ. ທ່ານ Annnan ເນັ້ນໜັກວ່າ ຝ່າຍຕ່າງໆຕ້ອງວາງອາວຸດ ແລະ ເຮັດວຽກກັບບັນດານັກສັງເກດການ ສະຫະປະຊາຊາດ ເພື່ອປັບປຸງສັນຍາຢຸດຍິງທີ່ບໍ່ແນ່ນອນໃນປະຈຸບັນ. ໃນຖະແຫຼງການສະບັບ 1, ທ່ານ Annnan ໃຫ້ຄຳຕັກເຕືອນເປັນພິເສດວ່າ ລັດຖະບານຊີຣີ ຕ້ອງຢຸດການນຳໃຊ້ອາວຸດໜັກ ແລະ ຖອນບັນດາກົມກອງປະກອບອາວຸດ ອອກຈາກເຂດຊຸມຊົນ, ປະຕິບັດບັນດາຄຳໝັ້ນສັນຍາໃນແຜນການສັນຕິພາບ 6 ຂໍ້. ທ່ານ Annnan ໄດ້ຊົມເຊີຍແຜນການຂອງສະພາຄວາມໝັ້ນຄົງ ສະຫະຫະຊາຊາດ ທີ່ໄດ້ຜົນຂະຫຍາຍນັກສັງເກດການຕື່ມອີກ 300 ທ່ານ ຢູ່ ຊີຣີ, ຖືວ່າ ນີ້ແມ່ນການກະທຳເປັນຂີດໝາຍແຫ່ງ ຈຸດວລາຕັດສິນຄວາມສະຖຽນລະພາບຂອງປະເທດນີ້.