ທ່ານ Marc Evans Knapper ອາດຈະເປັນເອກອັກຄະລັດຖະທູດ ອາເມລິກາ ປະຈຳຫວຽດນາມ
(VOVWORLD) -ທ່ານ Marc Evans Knapper ເຄີຍເຮັດວຽກຢູ່ສະຖານທູດອາເມລິກາ ປະຈຳ ອີຣັກ ແລະ ຍີ່ປຸ່ນ. ທ່ານສາມາດໃຊ້ພາສາ ຍີ່ປຸ່ນ, ສ.ເກົາຫຼີ ແລະ ພາສາຫວຽດ ໄດ້ເປັນຢ່າງດີ.
ທ່ານ Marc Evans Knapper (ພາບ:Yonhap)
|
ວັນທີ 15 ເມສາ, ປະທານາທິບໍດີ ອາເມລິກາ Joe Biden ໄດ້ປະກາດວ່າຈະແຕ່ງຕັ້ງເອກອັກຄະລັດຖະທູດ 9 ທ່ານ, ໃນນັ້ນມີທ່ານຮອງຜູ້ຊ່ວຍວຽກທ່ານລັດຖະມົນຕີການຕ່າງປະເທດ Marc Evans Knapper ເປັນເອກອັກຄະລັດຖະທູດ ອາເມລິກາ ປະຈຳຫວຽດນາມ. ຕາມຂໍ້ມູນຂ່າວຈາກໜ້າເວັບຂອງທຳນຽບຂາວແລ້ວ, ທ່ານ Marc Evans Knapper ແມ່ນນັກການທູດວິຊາການ ແລະ ປະຈຸບັນພວມແມ່ນຮອງຜູ້ຊ່ວຍວຽກທ່ານລັດຖະມົນຕີການຕ່າງປະເທດ ຮັບຜິດຊອບ ຍີ່ປຸ່ນ ແລະ ສ.ເກົາຫຼີ. ກ່ອນນັ້ນ, ທ່ານເຄີຍດຳລົງຕຳໜ່າງເປັນອຸປະທູດຊົ່ວຄາວຂອງອາເມລິກາ ປະຈຳ ສ.ເກົາຫຼີ ແລະ ຜູ້ອຳນວຍການຫ້ອງການຮັບຜິດຊອບບັນດາບັນຫາກ່ຽວກັບ ອິນເດຍ ແລະ ຍີ່ປຸ່ນ ຂຶ້ນກັບກະຊວງການຕ່າງປະເທດອາເມລິກາ. ທ່ານ Marc Evans Knapper ກໍ່ເຄີຍເຮັດວຽກຢູ່ສະຖານທູດອາເມລິກາ ປະຈຳ ອີຣັກ ແລະ ຍີ່ປຸ່ນ. ທ່ານສາມາດໃຊ້ພາສາ ຍີ່ປຸ່ນ, ສ.ເກົາຫຼີ ແລະ ພາສາຫວຽດ ໄດ້ເປັນຢ່າງດີ.