ທ່ານ Nguyen Sinh Hung ປະທານສະພາແຫ່ງຊາດ ພົບປະກັບຜູ້ມີສິດເລືອກຕັ້ງ ແຂວງ Ha Tinh
ທ່ານ Nguyen Sinh Hung ປະທານສະພາແຫ່ງຊາດ ພົບປະກັບຜູ້ມີສິດເລືອກຕັ້ງ ແຂວງ Ha Tinh
ພາບ:TTXVN
|
(vovword)- ໃນວັນທີ 2 ແລະ 3/5, ທ່ານປະທານສະພາແຫ່ງຊາດ ຫວຽດນາມ Nguyen Sinh Hung ແລະ ຄະນະສະມາຊິກສະພາແຫ່ງຊາດ ແຂວງ Ha Tinh ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຕາມຫົວເລື່ອງສະເພາະຢູ່ ເມືອງ Duc Tho ແລະ ນະຄອນ Ha Tinh ກ່ຽວກັບຂົງເຂດການສຶກສາຢູ່ຊັ້ນມັດທະຍົມ ແລະ ສອນວີິຊາຊີບ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ Nguyen Sinh Hung ຊີ້ແຈງວ່າ: ວຽກງານການສຶກສາ, ບຳລຸງສ້າງ ແມ່ນຫນ້າທີ່ສຳຄັນຕົ້ນຕໍ, ແມ່ນລັດຖະນະໂຍບາຍໃນການສ້າງສາ ແລະ ພັດທະນາປະເທດຊາດຂອງພັກ, ລັດ. ທ່ານປະທານສະພາແຫ່ງຊາດ ຢືນຢັນວ່າ: ສະພາແຫ່ງຊາດຈະພິຈາລະນາ, ຕີລາຄາຢ່າງລະອຽດບັນດາຂໍ້ຄົງຄ້າງໃນຂະແຫນງສຶກສາເພື່ອມີມາດຕະການແກ້ໄຂເທື່ອລະກ້າວ. ທ່ານປະທານສະພາແຫ່ງຊາດສະເຫນີວ່າ: ຄະນະສະມາຊິກສະພາແຫ່ງຊາດ ແຂວງ Ha Tinh ສືບຕໍ່ເກັບກຳຂໍ້ສະເຫນີຂອງບັນດາຜູ້ມີສິດເລືອກຕັ້ງ, ປະກອບສ່ວນເຂົ້າໃນການປັບປຸງກົດໝາຍວ່າດ້ວຍການສຶກສາຢ່າງຮອບດ້ານ, ຄົບຖ້ວນ. ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ໃຫ້ຄຳຕັກເຕືອນວ່າ: ແຂວງ Ha Tinh ແມ່ນທ້ອງຖິ່ນພວມກຳນົດທິດພັດທະນາຢ່າງແຂງແຮງກ່ຽວກັບອຸດສາຫະກຳ, ສ້າງເຂດເສດຖະກິດ, ກໍ່ສ້າງຊົນນະບົດໃຫມ່ ແລະ ແຂວງ Ha Tinh ພວມມີຄວາມຕ້ອງການໃຫຍ່ຫລວງກ່ຽວກັບຄົນງານໃນທຸກຂະແຫນງອາຊີບ. ສະນັ້ນ ຫນ້າທີ່ສອນວິຊາຊີບຂອງແຂວງ ຄວນມຸ່ງໄປເຖິງຄຳຮຽກຮ້ອງຕ້ອງການລະອຽດ, ພິເສດ ແມ່ນການສອນວິຊາຊີບໃຫ້ແກ່ຄົນງານ ເພື່ອຮັບໃຊ້ເຂດເສດຖະກິດ Vung Ang ແລະ ໂຄງການກໍ່ສ້າງຊົນນະບົດໃຫມ່ຢູ່ບໍລິເວນແຂວງ.