ທ່ານ Samdech Techo Hun Sen ໄດ້ຮັບການແຕ່ງຕັ້ງເປັນນາຍົກລັດຖະມົນຕີ ກຳປູເຈຍ ອີກສະໄໝໜຶ່ງ

(VOVWORLD) - ວັນທີ 17 ສິງຫາ, ກະສັດແຫ່ງລາຊະອານາຈັກ ກຳປູເຈຍ Norodom Sihamoni ໄດ້ແຕ່ງຕັ້ງທ່ານນາຍົກລັດຖະມົນຕີ Samdech Techo Hun Sen

ສືບຕໍ່ຮັກສາຕຳແໜ່ງເປັນນາຍົກລັດຖະມົນຕີອາຍຸການ 5 ປີຕໍ່ໄປ ພາຍຫລັງພັກປະຊາຊົນ ກຳປູເຈຍ (CPP) ຂອງທ່ານ Hun Sen ຍາດໄດ້ໄຊຊະນະໃນການເລືອກຕັ້ງສະພາແຫ່ງຊາດຊຸດທີ 6 ຊຶ່ງໄດ້ຈັດຕັ້ງໃນວັນທີ 29 ກໍລະກົດ ຜ່ານມາ.

        ພະລາຊະດຳລັດແຕ່ງຕັ້ງດັ່ງກ່າວ ໄດ້ຍົກອອກມາ ພາຍຫລັງພັກ CPP ມີໜັງສືສະເໜີ, ພັກທີ່ຍາດໄດ້ທີ່ນັ່ງທັງໝົດຢູ່ສະພາແຫ່ງຊາດ ໃນການເລືອກຕັ້ງຜ່ານມາ. ນີ້ເປັນຄັ້ງທຳອິດທີ່ CPP ຍາດໄດ້ທີ່ນັ່ງທັງໝົດຢູ່ສະພາແຫ່ງຊາດ ນັບແຕ່ການເລືອກຕັ້ງສະພາແຫ່ງຊາດໂດຍສະຫະປະຊາຊາດອຸປະຖຳເມື່ອປີ 1993.

ຕອບກັບ

ຂ່າວ/ບົດ​ອື່ນ