ທ່ານ Vladimir Putin ຮັບ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ເປັນສະ​ໄໝ​ທີ 5

(VOVWORLD) - ໃນການເລືອກຕັ້ງປະທານາທິບໍດີ ລັດເຊຍ ຄັ້ງທີ 8, ໄດ້ດຳເນີນແຕ່ວັນທີ 15 – 17 ມີນາ ຜ່ານມາ, ທ່ານ Vladimir Putin ຍາດໄດ້ໄຊຊະນະຢ່າງຂາດຂັ້ນ ນັບແຕ່ການເລືອກຕັ້ງຮອບທຳອິດ, ດ້ວຍຈຳນວນຫຼາຍກວ່າ 87% ຈຳນວນບັດສະໜັບສະໜູນ.
ທ່ານ Vladimir Putin ຮັບ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ເປັນສະ​ໄໝ​ທີ 5 - ảnh 1ທ່ານ Vladimir Putin ປະຕິຍານໃນພິທີຮັບດຳລົງຕຳແໜ່ງ (ພາບ: AFP)

ຕອນບ່າຍວັນທີ 07 ພຶດສະພາ, ພິທີຮັບດຳລົງຕຳແໜ່ງຂອງທ່ານປະທານາທິບໍດີ ລັດເຊຍ, Vladimir Putin ໄດ້ດຳເນີນຢູ່ວັງ Kremlin. ນີ້ແມ່ນພິທີຮັບດຳລົງຕຳແໜ່ງເປັນປະທານາທິບໍດີສະໄໝທີ 5 ໃນພາລະກິດການເມືອງຂອງທ່ານ Putin,  ໂດຍຊ່ອງໜ້າບັນດາສະມາຊິກໃນສະພາສູງ, ສະພາຕ່ຳສະຫະພັນ ລັດເຊຍ ແລະ ຜູ້ພິພາກສາສານລັດຖະທຳມະນຸນ ລັດເຊຍ, ທ່ານ Vladimir Putin ໄດ້ປະຕິຍານເຄົາລົບ ແລະ ປົກປ້ອງບັນດາສິດ ແລະ ສິດເສລີຂອງມະນຸດ ແລະ ພົນລະເມືອງ, ປະຕິບັດ ແລະ ປົກປ້ອງລັດຖະທຳມະນຸນ ສະຫະພັນ ລັດເຊຍ, ປົກປັກຮັກສາອະທິປະໄຕ ແລະ ເອກະລາດ, ຄວາມໝັ້ນຄົງ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ລັດ, ຈົງຮັກພັກດີຮັບໃຊ້ປະຊາຊົນ. ຫຼັງຈາກນັ້ນ, ປະທານສານລັດຖະທຳມະນຸນ ສະຫະພັນ ລັດເຊຍ ໄດ້ປະກາດປະທານາທິບໍດີໄດ້ຮັບດຳລົງຕຳແໜ່ງ.

        ກ່ອນໜ້ານັ້ນ, ໃນການເລືອກຕັ້ງປະທານາທິບໍດີ ລັດເຊຍ ຄັ້ງທີ 8, ໄດ້ດຳເນີນແຕ່ວັນທີ 15 – 17 ມີນາ ຜ່ານມາ, ທ່ານ Vladimir Putin ຍາດໄດ້ໄຊຊະນະຢ່າງຂາດຂັ້ນ ນັບແຕ່ການເລືອກຕັ້ງຮອບທຳອິດ, ດ້ວຍຈຳນວນຫຼາຍກວ່າ 87% ຈຳນວນບັດສະໜັບສະໜູນ.

ຕອບກັບ

ຂ່າວ/ບົດ​ອື່ນ