ທ່ານ ນາງ ຮອງປະທານປະເທດ ຫວຽດນາມ ດັ້ງທິຫງ້ອກທິງ ສືບຕໍ່ການຢ້ຽມຢາມ Litva

(VOVWORLD) -ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ ສາທາລະນະລັດ Litva ແຕ່ວັນທີ 22-24 ຕຸລາ, ວັນທີ 23 ຕຸລາ, ທ່ານ ນາງ ຮອງປະທານປະເທດ ຫວຽດນາມ ດັ້ງທິຫງ້ອກທິງ ໄດ້ມີການເຮັດວຽກກັບ ທ່ານນາຍົກລັດຖະມົນຕີ Litva Saulius Skvernelis.

ທ່ານ ນາງ ຮອງປະທານປະເທດ ຫວຽດນາມ ດັ້ງທິຫງ້ອກທິງ ສືບຕໍ່ການຢ້ຽມຢາມ Litva - ảnh 1 ທ່ານນາງຮອງປະທານປະເທດດັ້ງທິຫງ້ອກທິງ ສືບຕໍ່ການຢ້ຽມຢາມ Litva

(ພາບ: TTXVN)

ທີ່ການເຮັດວຽກ, ທ່ານ ນາງ ຮອງປະທານປະເທດ ດັ້ງທິຫງ້ອກທິງ ໄດ້ສະເໜີໃຫ້ ສອງຝ່າຍສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສົ່ງເສີມການຄ້າເພື່ອແນໃສ່ໜູນຊ່ວຍວິສາຫະກິດຊອກຫາກາລະໂອກາດຮ່ວມມືຢູ່ຕະຫຼາດຂອງກັນ ແລະ ກັນ; ພ້ອມທັງສະເໜີ ລັດຖະບານ Litva ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ຫວຽດນາມ ສົ່ງບັນດາປະເພດສິນຄ້າ ຫວຽດນາມ ທີ່ມີທ່າແຮງໄດ້ອອກຂາຍຢູ່ກັບຕະຫຼາດ Litva ແລະ ບັນດາປະເທດເຂດ Bantic; ທ່ານ ນາງ ຮອງປະທານປະເທດ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ຊ່ວຍເຫຼືອ Litva ໄດ້ສຳຜັດກັບຕະຫຼາດບັນດາປະເທດ ອາຊຽນ. ສ່ວນ ທ່ານນາຍົກລັດຖະມົນຕີ Saulius Skvernelis ຢັ້ງຢືນວ່າ ລັດຖະບານ Litva ຖືເປັນສຳຄັນການພົວພັນຮ່ວມມືກັບ ຫວຽດນາມ ຢ່າງຍິ່ງ ແລະ ປາຖະໜາຢາກເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ພົວພັນແລກປ່ຽນວັດທະນະທຳ ແລະ ການຮ່ວມມືດ້ານທ່ອງທ່ຽວ, ສຶກສາ-ບຳລຸງສ້າງ ກັບ ຫວຽດນາມ. ການນຳສອງຝ່າຍເຫັນດີເປັນເອກະພາບນຳເສດຖະກິດ-ການຄ້າ-ການລົງທຶນ ກາຍເປັນບຸລິມະສິດໃນການຮ່ວມມືສອງຝ່າຍ; ໃຫ້ຄຳເໝັ້ນສັນຍາວ່າ ຈະຜັນຂະຫຍາຍການເຈລະຈາ, ລົງນາມໃນບາງສັນຍາແມ່ເພື່ອສ້າງຂອບເຂດນິຕິກຳຊຸກຍູ້ການຮ່ວມມືໂດຍໄວ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນ ຢູ່ບັນດາກົນໄກ ແລະ ເວທີປາໄສຫຼາຍຝ່າຍຄື: ສະຫະປະຊາຊາດ, UNESCO ແລະ ເວທີປາໄສ ອາຊີ - ເອີຣົບ (ASEM).

ຕອບກັບ

ຂ່າວ/ບົດ​ອື່ນ