ທ່ານ ນາຍົກລັດຖະມົນຕີ ອີຣັກ ຕຳໜິຕິຕຽນ ຄຳສັ່ງລົງໂທດຂອງ ອາເມລິກາ
(VOVWORLD) -ວັນທີ 15 ທັນວາ, ທ່ານ Adel Andul Mahdi ນາຍົກລັດຖະມົນຕີກຳອຳນາດຊົ່ວຄາວ ຂອງ ອີຣັກ ໄດ້ຕຳໜິຕິຕຽນ ເລື່ອງ ອາເມລິກາໄດ້ຈັດ ບາງສ່ວນບຸກຄົນທີ່ເປັນຊາວ ອີຣັກ ເຂົ້າໃນບັນຊີລາຍຊື່ລົງໂທດ ຂອງ ວໍຊິງຕັນ, ໂດຍບໍ່ຫົວຊາຕໍ່ບົດບາດຂອງ ເຂົາເຈົ້າ ໃນການຕໍ່ສູ້ຕ້ານກຸ່ມຫົວຮຸນແຮງ “ລັດອິດສະລາມ” (IS) ອ້າງຊື່ເອງ.
ທ່ານ Adel Andul Mahdi ນາຍົກລັດຖະມົນຕີກຳອຳນາດຊົ່ວຄາວ ຂອງ ອີຣັກ
(ພາບ: AFP/TTXVN)
|
ອາທິດຜ່ານມາ, ອາເມລິກາ ໄດ້ຈັດວາງ ຄຳສັ່ງລົງໂທດສຳລັບ ຊາວ ອີຣັກ 3 ຄົນ, ໃນນັ້ນມີ ທ່ານ Qais Al Khazali, ຜູ້ນຳໜ້າອົງການ Asaib Ahl al-Haq, ແລະ ຜູ້ເປັນອ້າຍຂອງເພີ່ນ. ຖະແຫຼງການຂອງ ກະຊວງການເງິນ ອາເມລິກາກ່າວຫາ ບັນດາກຸ່ມເຄິ່ງການທະຫານ ໂດຍ 3 ຄົນດັ່ງກ່າວນຳໜ້າ ໄດ້ບຸກໂຈມຕີຜູ້ແຫ່ຂະບວນປະທ້ວງ ຢູ່ອີຣັກ. ນອກຈາກນັ້ນ, ຄຳສັ່ງລົງໂທດຍັງແນໃສ່ ນັກທຸລະກິດ ຊາວ ອີີຮັກ Khamis Al Khanjar ດ້ວຍຄຳກ່າວຫາ ສໍ້ລາດບັງຫຼວງ. ອາເມລິກາ ຈະອາຍັດຊັບສິນຂອງບັນດາຜູ້ຖືກລົງໂທດ, ກໍ່ຄືການສະກັດກັ້ນບັນດາບໍລິສັດອາເມລິກາ ທີ່ມີການເຄື່ອນໄຫວດຳເນີນທຸລະກິດກັບບັນດາສ່ວນບຸກຄົນດັ່ງກ່າວ.