ທ່ານ ພົນໂທ ຟານວັນຢາງ ຕ້ອນຮັບຜູ້ບັນຊາການກອງບັນຊາການກອງທັບບົກ ປາຊີຟີກ ອາເມລິກາ
(VOVWORLD) - ຕອນບ່າຍວັນທີ 20 ສິງຫາ, ຢູ່ສໍານັກງານກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຟານວັນຢາງ, ຫົວໜ້າກອງເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານພົນເອກ Robert B.Brown, ຜູ້ບັນຊາກອງບັນຊາການກອງທັບບົກ ປາຊີຟິກ ອາເມລິກາ, ພວມເຂົ້າຮ່ວມກອງປະຊຸມສໍາມະນາ ຄຸ້ມຄອງກອງທັບບົກ ປາຊີຟິກ ຄັ້ງທີ 42 (PAMS-42) ຢູ່ຫວຽດນາມ.
ການຕ້ອນຮັບ ທ່ານພົນເອກ Robert B.Brown, ຜູ້ບັນຊາກອງບັນຊາການກອງທັບບົກ ປາຊີຟິກ ອາເມລິກາ ພ້ອມດ້ວຍຄະນະ
(ພາບ: Khong Minh Khanh – TTQS)
|
ທີ່ການຕ້ອນຮັບ, ທ່ານພົນໂທ ຟານວັນຢາງ ໄດ້ຕີລາຄາສູງໝາກຜົນແຫ່ງການຮ່ວມມືໃນຂົງ ເຂດປ້ອງກັນຊາດລະຫວ່າງຫວຽດນາມ - ອາເມລິກາ ໃນໄລຍະຜ່ານມາ, ໂດຍສະເພາະແມ່ນໃນບັນດາຂົງເຂດ ຄື: ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ການກູ້ໄພກູ້ຊີບ, ການປ້ອງກັນຄວາມໝັ້ນຄົງຢູ່ເຂດທະເລ, ຮັກສາສັນຕິພາບສະຫະປະຊາຊາດ... ທ່ານພົນໂທ ຟານວັນຢາງ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ກອງທັບຫວຽດນາມ ແລະ ອາເມລິກາ ຈະສືບຕໍ່ຍູ້ແຮງການຮ່ວມມືບົນພື້ນຖານສະເໝີພາບ, ເຄົາລົບນັບຖືເຊິ່ງກັນແລະກັນ, ເພື່ອຜົນປະໂຫຍດຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບຂອງພາກພື້ນ.