ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາ, ວັນທີ 5/1, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮູ່ງ ໄດ້ລົງຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ນັກວິສະວະກອນ, ກຳມະກອນ ພວມປະຕິບັດງານຢູ່ໂຄງການກໍ່ສ້າງໂຮງງານໄຟຟ້ານ້ຳຕົກ ເຊີນລາ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ໄດ້ຊົມເຊີຍເລື່ອງໂຮງງານໄຟຟ້ານ້ຳຕົກເຊີນລາ ກະຈາຍໄຟຟ້າໄດ້ 5,2 ຕື້ ກີໂລວັດ ແລະ ຊົມເຊີຍຫ້ອງເຄື່ອງຈັກເລກ 4 ກະຈາຍໄຟຟ້າສຳເລັດຜົນ. ທ່ານປະທານສະພາແຫ່ງຊາດໄດ້ເນັ້ນໜັກວ່າ: ນີ້ແມ່ນໂຄງການແບບຢ່າງ ແລະ ໄດ້ເຂົ້າສູ່ປະຫວັດສາດກ່ຽວກັບຄວາໄຫວ ແລະ ຄຸນນະພາບຂອງໂຄງການ, ເລື່ອງສູ້ຊົນຮອດທ້າຍປີ 2012 ຈະກໍ່ສ້າງໂຮງງານສຳເລັດທັງໝົດ, ໄວກວ່າກຳນົດເວລາທີ່ສະພາແຫ່ງຊາດວາງອອກ 3 ປີນີ້ຈະນຳມາເຊິ່ງຜົນປະໂຫຍດແຕ່ລະປີ 500 ລ້ານ USD ໃຫ້ແກ່ລັດ. ທ່ານກ່າວວ່າ:
“ນີ້ແມ່ນໂຄງການສຳຄັນຂອງປະເທດຊາດ, ສະແດງໃຫ້ເຫັນນ້ຳໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ , ເສີມຂະຫຍາຍກຳລັງພາຍໃນເພື່ອຮັບເອົາກຳລັງພາຍນອກ. ການເຄື່ອນໄຫວຂອງຄະນະບໍລິຫານ, ອົງການທີ່ປືກສາການອອກແບບ, ບັນດານັກປະມູນໃນສະຖານທີ່ກໍ່ສ້າງແມ່ນແບບຢ່າງຂອງນ້ຳໃຈສາມັກຄີ, ຮ່ວມມື,ສ້າງຄວາມເຂັ້ມແຂງດ້ວຍຕົນເອງເພື່ອສ້າງສາປະເທດຊາດ. ”
ທ່ານປະທານສະພາແຫ່ງຊາດໄດ້ຊີ້ແຈງວ່າ ໂຄງການກໍ່ສ້າງໂຮງງານໄຟຟ້ານ້ຳຕົກ ເຊີນລາ ມີກຳລັງການປະລິດໄພຟ້າ 2.400 ເມກາວັດ ບໍ່ພຽງແຕ່ສະໜອງໄພຟ້າໃຫ້ແກ່ປະເທດຊາດນັບຕື້ kwh ເທົ່ານັ້ນຫາກຍັງມີຜົນປະໂຫຍດໃຫຍ່ຫຼວງໃນການດັດປັບຊົນລະປະທານ, ປ້ອງກັນໄພນ້ຳຖ້ວມ ແລະ ປ້ອງກັນໄພແຫ້ງແລງໃຫ້ທົ່ວເຂດທົ່ງພຍງທາງພາກເໜືອ.
ເມື່ອລົງຢ້ຽມຢາມ, ອວຍພອນປີໃໝ່ບັນດາຄອບຄົວຢູ່ເຂດຕັ້ງຖີ່ນຖານຄົງທີ່ຄືນໃໝ່ຈາກເຂື່ອນໄພຟ້ານ້ຳຕົກ ເຊີນລາ ຢູ່ເມືອງ ທ້ວນເຈົ້າ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮຸງ ໄດ້ຕີລາຄາສູງກ່ຽວກັບການກະກ່ຽມຢ່ງລອບຄອບຖີ່ຖ້ວນຂອງຄະນະພັກ, ອຳນາດການປົກຄອງຂັ້ນຕ່າງໆຂອງເມືອງ ທ້ວນເຈົ້າ ໃນການກໍ່ສ້າງເຂດຕັ້ງຖີ່ນຖານໂຄງທີ່ຄືນໃໝ່ໃຫ້ແກ່ພໍ່ແມ່ຊາວຊົນເຜົ່າຕ່າງໆ.