(vovworld)- ໃນຕອນເຊົ້າ ວັນທີ 30/6, ຢູ່ສຳນັກງານລັດທະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເປັນປະທານກອງປະຊຸມ ປະຈຳເດືອນ 6. ກ່ຽວກັບເນື້ອໃນ ການສ້າງລະບອບ ໃນການປະຊຸມເຊົ້ານີ້, ທ່ານນາຍົກລັດຖະມົນຕີ ຊີ້ນຳບັນດາກະຊວງ ຍູ້ໄວສ້າງສຳເລັດບັນດາເອກະສານທີ່ຍັງຄົງຄ້າງ ເພື່ອປະກາດໃຊ້ຖືກຕາມ ຄວາມຄືບໜ້າ, ແຕ່ຕ້ອງຮັບປະກັນຄຸນນະພາບ. ທ່ານນາຍົກລັດຖະມົນຕີ ແລະ ບັນດາສະມາຊິກລັດຖະບານ ໄດ້ຮັບຟັງ ລັດຖະມົນຕີກະຊວງຍຸຕິທຳ ລາຍງານກ່ຽວກັບສະພາບການປະຕິບັດໂຄງການສ້າງກົດໝາຍ, ລັດຖະບັນຍັດຂອງລັດຖະບານ ແລະ ສະພາບການປະກາດໃຊ້ ບັນດາເອກະສານກຳນົດລະອຽດ ການປະຕິບັດກົດໝາຍ, ລັດຖະບັນຍັດ ໄຕມາດ 2 ປີ 2016. ຕາມການລາຍງານ, ບັນດາເອກະສານສ່ວນຫຼາຍ ໄດ້ກຳນົດລາຍລະອຽດ ບັນດາກົດໝາຍທີ່ມີຜົນສັກສິດ ແຕ່ວັນທີ 1/7/2016 ແມ່ນຂື້ນກັບສິດອຳນາດປະກາດໃຊ້ ຂອງລັດຖະບານ, ທ່ານນາຍົກລັດຖະມົນຕີ ແລະ ບັນດາດຳລັດ, ໄດ້ກຳນົດ ກ່ຽວກັບເງື່ອນໄຂການລົງທຶນດຳເນີນທຸລະກິດ ໄດ້ມີແຜນການປະກາດໃຊ້ຕົວຈິງ ເພື່ອຮັບປະກັນໃຫ້ມີຜົນສັກສິດ ກົງກັບໄລຍະ ທີ່ກົດໝາຍມີຜົນສັກສິດ. ພາຍຫຼັງຮັບຟັງບົດລາຍງານ ບັນດາສະມາຊິກລັດຖະບານ ປະກອບຄຳເຫັນປຶກສາຫາລື ກ່ຽວກັບສະພາບການ ແລະ ບັນດາມາດຕະການແກ້ໄຂ ເພື່ອຍູ້ໄວການສ້າງຮ່າງກົດໝາຍ, ດຳລັດ, ຄຳສັ່ງແນະນຳ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງບັນດາກະຊວງຕັ້ງໃຈຮັບເອົາຄຳຄິດຄຳເຫັນປະກອບ ໃນການປະຕິບັດວຽກງານສ້າງລະບອບຢ່າງເຂັ້ມງວດ. ໃນເອກະສານ 28 ສະບັບ ທີ່ຍັງບໍ່ທັນໄດ້ປະກາດໃຊ້ ຂື້ນກັບສິດອຳນາດຂອງລັດຖະບານ, ທ່ານນາຍົກລັດຖະມົນຕີ, ມີເອກະສານ 18 ສະບັບ ພວມໄດ້ຮັບການພິຈາລະນາ ແລະ ຈະເຊັນປະກາດໃຊ້ ໃຫ້ຖືກຕາມການກຳນົດເວລາ. ທ່ານນາຍົກລັດຖະມົນຕີ ກໍ່ໃສ່ໃຈບັນດາກະຊວງ, ຂະແໜງການ, ເຖິງວ່າຍູ້ໄວຄວາມຄືບໜ້າແຕ່ຕ້ອງຮັບປະກັນຄຸນນະພາບບັນດາເອກະສານເມື່ອປະກາດໃຊ້:
“ພວກເຮົາຕ້ອງປະຕິບັດສຳເລັດໂດຍໄວ, ຖືກກັບຈຳນວນ, ປະລິມານ ແຕ່ຕ້ອງຮັບປະກັນຄຸນນະພາບບັນດາເອກະສານໄດ້ປະກາດໃຊ້, ໃນນັ້ນຕ້ອງປ່ຽນໃໝ່ຈິນຕະນາການ, ບໍ່ນຳໃຊ້ຈິນຕະນາການເກົ່າເຂົ້າໃນບັນດາເອກະສານແນະນຳ ເພື່ອປະຕິຮູບລະບຽບການບໍລິຫານ, ປົດປ່ອຍກຳລັງການຜະລິດ, ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດສະດວກໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ, ພັດທະນາປະເທດຊາດ.”
ຕອນບ່າຍວັນທີ 30/6, ໃນຂອບເຂດກອງປະຊຸມປະຈຳເດືອນ 6 ຂອງລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່ານີ້ແມ່ນກອງປະຊຸມສຳຄັນ, ເພື່ອແນໃສ່ຕີລາຄາຄືນການປະຕິບັດໜ້າທີ່ເສດຖະກິດ - ສັງຄົມ 6 ເດືອນຕົ້ນປີ ແລະ ປຶກສາຫາລືບັນດາມາດຕະການເພື່ອຊຸກຍູ້ການເຕີບໂຕເສດຖະກິດ, ບັນລຸໄດ້ບັນດາຄາດໝາຍເສດຖະກິດ - ສັງຄົມຂອງປີ. ຊີ້ແຈ້ງການເຕີບໂຕ GDP 6 ເດືອນຕົ້ນປີບັນລຸພຽງ 5,52%, ຕຳ່ກ່ວາໄລຍະດຽວກັນຂອງປີກາຍ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ປຶກສາຫາລື, ກຳນົດສາຍເຫດ, ຈາກນັ້ນ ຍົກອອກມາດຕະການເພື່ອປະຕິບັດບັນດາຈຸດໝາຍເຕີບໂຕ 6,7% ຄືດັ່ງມະຕິຂອງສະພາແຫ່ງຊາດ.
ໄລຍະຜ່ານມາ, ລັດຖະບານໄດ້ປະກາດຫຼາຍມະຕິກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ໜູນຊ່ວຍວິສາຫະກິດ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງ ແລະ ທ້ອງຖິ່ນ ຕ້ອງຕີລາຄາຄືນບັນດາແຜນນະໂຍບາຍ, ນະໂຍບາຍນັ້ນກ້າວເຂົ້າສູ່ຊີວິດຕົວຈິງ ຫຼືບໍ່, ຍ້ອນນັ້ນແມ່ນເງື່ອນໄຂສຳຄັນປະກອບສ່ວນຊຸກຍູ້ການເຕີບໂຕເສດຖະກິດ.