ກອງປະຊຸມສຳມະນາສາກົນຫນ່ວຍສະມາຊິກສະພາແຫ່ງຊາດ ຍິງ
ພາບ:daibieunhandan.vn
|
(vovworld) - ຕອນເຊົ້າວັນທີ 27/7, ກອງປະຊຸມສຳມະນາສາກົນ“ຫນ່ວຍສະມາຊິກສະພາແຫ່ງຊາດ (ສສຊ) ຍິງ ກັບຍຸດທະສາດແຫ່ງຊາດກ່ຽວກັບຄວາມສະເໝີບພາບລະຫວ່າງຍິງຊາຍ ໂດຍກຳມາທິການບັນຫາສັງຄົມຂອງສະພາແຫ່ງຊາດ ແລະ ຫນ່ວຍ ສສຊ ສົມທົບກັບສະຫະປະຊາຊາດປະຈຳ ຫວຽດນາມ ຈັດຕັ້ງຂຶ້ນ ຢູ່ ນະຄອນ Nha Trang ແຂວງ Khanh Hoa. ມີ ສສຊ ຍິງ ຫວຽດນາມ ແລະ ບັນດາປະເທດອາຊຽນ 50 ທ່ານນາງ ໄດ້ສຸມໃສ່ປຶກສາຫາລືບັນດາເນື້ອໃນກ່ຽວກັບບົດບາດຂອງບັນດາກຳມາທິການກ່ຽວກັບຄວາມສະເຫມີພາບລະຫວ່າງຍິງຊາຍ ແລະ ບັນດາຫນ່ວຍ ສສຊ ກໍຄືການສ້າງ ແລະ ປະຕິບັດບັນດາຍຸດທະສາດແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ. ກ່າວຄຳປາໄສທີ່ກອງປະຊຸມສຳມະນາ, ທ່ານນາງ Tong Thi Phong ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຢືນຢັນວ່າ: ຫວຽດນາມ ແມ່ນຫນຶ່ງໃນບັນດາປະເທດໄດ້ເຊັນ ແລະ ໃຫ້ສັດຕະຍາບັນສົນທິສັນຍາ ສປຊ ກ່ຽວກັບການລົບລ້າງທຸກຮູບການຈຳແນກປະພຶດຕໍ່ ແລະ ປະຕິບັດບັນດາຂໍ້ກຳນົດຂອງສົນທິສັນຍາດັ່ງກ່າວພາຍໃນປະເທດໂດຍໄວ. ໃນຕະຫລອດ 12 ອາຍຸການຂອງສະພາແຫ່ງຊາດ, ບັນດາສສຊ ຍິງ ຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດຕັ້ງຫນ້າໃນການເຄື່ອນໄຫວສະພາແຫ່ງຊາດ ແລະ ປະກອບສ່ວນສຳຄັນໃນວິວັດທະນາການສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ Tong Thi Phong ເນັ້ນຫນັກວ່າ:
“ຂ້າພະເຈົ້າປາດຖະຫນາວ່າ ຜ່ານເວທີປາໄສຄັ້ງນີ້, ບັນດາ ສສຊ ຍິງ ຈະພ້ອມກັນແລກປ່ຽນຄຳເຫັນ, ແບ່ງປັນບົດຮຽນພຶດຕິກຳກ່ຽວກັບບົດບາດຂອງ ສສຊ ໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ ພິເສດ ແມ່ນການຊຸກຍູ້ການປະຕິບັດຍຸດທະສາດແຫ່ງຊາດກ່ຽວກັບຄວາມສະເຫມີພາບລະຫວ່າງຍິງຊາຍ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ, ປືກສາຫາລືການກຳນົດທິດຮ່ວມມືໃນໄລຍະຈະມາເຖິງ, ຈາກນັ້ນ ຍົກສູງບົດບາດ, ທີ່ຕັ້ງຂອງບັນດາ ສສຊ ຍິງໃນການເຄື່ອນໄຫວຂອງສະພາແຫ່ງຊາດບັນດາປະເທດອາຊຽນ ຕາມມະຕິຂອງ AIPA ກວ່າອີກ.”