ທ່ານນາງ ດັ້ງທິງອັກທິ້ງ ຮອງປະທານປະເທດ ຫວຽດນາມຢ້ຽມຢາມສະຖານທູດ ຫວຽດນາມປະຈຳ ອິນໂດເນເຊຍ
(VOVWORLD) -ຕອນເຊົ້າວັນທີ 20 ຕຸລາ, ເນື່ອງໃນໂອກາດເຂົ້າຮ່ວມພິທີຮັບດຳລົງຕຳແໜ່ງປະທານາທິບໍດີ ແລະ ຮອງປະທານາທິບໍດີ ອິນໂດເນເຊຍ ອາຍຸການ 2019 -2024, ທ່ານນາງ ດັ້ງທິງອັກທິ້ງ ຮອງປະທານປະເທດ ຫວຽດນາມ ໄດ້ໄປຢືຢາມຖາມຂ່າວ ແລະ ໂອ້ລົມກັບບັນດາພະນັກງານ ແລະ ພາລະກອນສະຖານທູດ ຫວຽດນາມ ພ້ອມກັບບັນດາອົງການຜູ້ຕາງໜ້າ ຫວຽດນາມປະຈຳອິນໂດເນເຊຍ.
ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄປຢ້ຽມຢາມ ສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ |
ພາຍຫຼັງຮັບຟັງທ່ານ ຟ້າມກວາງວິງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳອິນໂດເນເຊຍ ລາຍງານສະພາບການ, ທ່ານນາງດັ້ງທິງອັກທິ້ງ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງ ໝູ່ພະນັກງານ, ພາລະກອນສະຖານທູດ ຫວຽດນາມປະຈຳ ອິນໂດເນເຊຍ ແລະ ບັນດາອົງການຜູ້ຕາງໜ້າ ຫວຽດນາມ ໃນໄລຍະຜ່ານມາ ຕໍ່ວຽກງານເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ. ທ່ານນາງດັ້ງທິງອັກທິ້ງກ່າວວ່າ:
ຂ້າພະເຈົ້າຂໍຕາງໜ້າພັກ ແລະ ລັດຊົມເຊີຍບັນດາຜົນງານຂອງບັນດາອົງການທີ່ບັນລຸໄດ້ ແລະ ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມຢ່າງສຸດອົກສຸດໃຈຂອງພະນັກງານ, ພາລະກອນຢູ່ຈາກາຕາ. ໃນປີນີ້ ແລະ ປີຕໍ່ໄປ ຫວຽດນາມ ແລະ ອິນໂດເນເຊຍ ມີຫຼາຍເຫດການ, ໃນນັ້ນມີພິທີສະເຫຼີມສະຫຼອງ 60 ປີ ແຫ່ງການຢ້ຽມຢາມຂອງປະທານໂຮ່ຈີມິນ ແລະ ປະທານາທິບໍດີ Soekarno ແລະ ສະເຫຼີມສະຫຼອງ 65 ປີ ແຫ່ງການພົວພັນທາງການທູດລະຫວ່າງສອງປະເທດ. ສອງປະເທດພວມມານະພະຍາຍາມແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງເຂດເສດຖະກິດພິເສດແລະ ບັນດາບັນຫາຂອງຊາວປະມົງ. ເນື່ອງໃນໂອກາດນີ້ຂໍມອບໃຫ້ສະຖານທູດ ຫວຽດນາມຖືນີ້ແມ່ນໜ້າທີ່ບຸລິມະສິດໃນໄລຍະຈະມາເຖິງ.
ຕອນບ່າຍວັນທີ 20 ຕຸລາ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ໄດ້ເຂົ້າຮ່ວມພິທີຮັບດຳລົງຕຳແໜ່ງຂອງ ປະທານາທິບໍດີ ອິນໂດເນເຊຍ ອາຍຸການ 2019 – 2024 ແລະ ເຂ້ົາຢ້ຽມຂ່ຳນັບ ທ່ານປະທານາທິບໍດີ Joko Widodo ແລະ ທ່ານຮອງ ປະທານາທິບໍດີ Maruf Amin ຕາມພິທີການທູດ.
ເຮືອງຈ່າ ນັກຂ່າວ VOV ປະຈຳອິນໂດເນເຊຍ