ທ່ານນາງ ນາຍົກລັດຖະມົນຕີ ໄທ ຢ້ຽມຢາມ ຈີນ

ທ່ານນາງ ນາຍົກລັດຖະມົນຕີ ໄທ ຢ້ຽມຢາມ ຈີນ - ảnh 1
ທ່ານນາງນາຍົກລັດຖະມົນຕີໄທ
ພາບປະກອບ:internet


(vovworld)- ຕອນ​ບ່າຍ​ວັນ​ທີ 17/4, ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ ຍິ່ງ​ຣັກ ຊີ​ນະ​ວັດ ​ໄດ້​ເດີນທາງ​ເຖິງ ປັກ​ກີ່​ງ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຈີນ ຢ່າງ​ເປັນ​ທາງ​ການ​ໃນ​ເວລາ 3 ວັນ ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ. ນີ້​ແມ່ນ​ການ​ຢ້ຽມຢາມ​ຈີນ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ນາງ ຍິ່ງຣັກ ​ນັບ​ແຕ່​ເມື່ອ​ທ່ານ​ນາງສາບານ​ຕົວ​ຮັບ​ຕຳ​ແຫນ່​ງ​ເປັນ​ນາຍົກລັດຖະມົນຕີ​ໄທ. ​ເມື່ອ​ຕອບ​ສຳພາດ​ກ່ອນ​ເດີນທາງ​ຢ້ຽມຢາມ​ຈີນ, ທ່ານ​ສຸ​ຣາພົງ ​ໂຕ​ວິດ​ຈັກ​ໄຈ​ຄູນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ໄທ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ຈີນ, ທ່ານ​ນາງ ຍິ່ງຣັກ ຈະ​ມີການ​ພົບ​ປະ​ກັບ​ການ​ນຳ​ຈີນ, ​ແລກປ່ຽນ​ກ່ຽວ​ກັບ​ການ​ພົວພັນ​ສອງ​ຝ່າຍ​ກໍ​ຄື​ບັນຫາ​ສາກົນ ​ແລະ ພາກ​ພື້ນ ຊຶ່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ສອງ​ຝ່າຍ​ຈະ​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື​ຫລາຍ​ສະບັບ, ​ໃນ​ນັ້ນ ລວມມີ​ຂໍ້​ຕົກລົງ​ສ້າງ​ການ​ພົວພັນ​ຮ່ວມ​ມື, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ສອງ​ຝ່າຍ ​ເພື່ອ​ນຳ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ໄລຍະ​ພັດທະນາ​ໃຫມ່.

 

 

 

 

ຂ່າວ/ບົດ​ອື່ນ