ທ່ານ​ນາງ ຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ດັ້ງ​ທິ​ງ​ອັກ​ທິ້ງ ປຸກ​ລະ​ດົມ​ຂະ​ບວນ​ການ ບຸນ​ເຕັດ​ປູກ​ຕົ້ນ​ໄມ້​ຢູ່ ແຂວງ ກວ໋າງ​ບິ່ງ

(VOVWORLD) -  ຕອນເຊົ້າວັນທີ 18 ກຸມພາ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ໄດ້ປຸກລະດົມຂະບວນການບຸນເຕັດປູກຕົ້ນໄມ້ ແລະ ເຂົ້າຮ່ວມການປູກຕົ້ນໄມ້ ພ້ອມກັບພໍ່ແມ່ປະຊາຊົນ ຕາແສງ ກວາງຝູ, ນະຄອນ ດົ່ງເຮີ໊ຍ, ແຂວງ ກວ໋າງບິ່ງ.
ທ່ານ​ນາງ ຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ດັ້ງ​ທິ​ງ​ອັກ​ທິ້ງ ປຸກ​ລະ​ດົມ​ຂະ​ບວນ​ການ ບຸນ​ເຕັດ​ປູກ​ຕົ້ນ​ໄມ້​ຢູ່ ແຂວງ ກວ໋າງ​ບິ່ງ - ảnh 1ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງເຂົ້າຮ່ວມການປູກຕົ້ນໄມ້ ພ້ອມກັບພໍ່ແມ່ປະຊາຊົນ ຕາແສງ ກວາງຝູ, ນະຄອນ ດົ່ງເຮີ໊ຍ, ແຂວງ ກວ໋າງບິ່ງ

ທີ່ພິທີປຸກລະດົມ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ກໍໄດ້ເນັ້ນໜັກ ວ່າ ພັກ, ລັດ ຫວຽດນາມ ຍາມໃດກໍມີຄວາມສົນໃຈເຖິງໜ້າທີ່ປົກປັກຮັກສາ, ພັດທະນາປ່າໄມ້ ແລະ ປູກຕົ້ນໄມ້. ທ່ານນາງ ກໍປາດຖະໜາວ່າ ໃນໄລຍະຈະມາເຖິງ, ອຳນາດການປົກຄອງ ແລະ ປະຊາຊົນໃນທົ່ວປະເທດ ຈະນຳການປູກຕົ້ນໄມ້ໃຫ້ກາຍເປັນຂະບວນການແຂ່ງຂັນຮັກຊາດຢ່າງກວ້າງຂວາງ. ທ່ານນາງ ຮອງປະທານປະເທດ ດັ້ງທິງອັກທິ້ງ ກ່າວວ່າ:

        “ຂ້າພະເຈົ້າມີຄວາມປາດຖະໜາ ແລະ ເຊື່ອໝັ້ນວ່າ ອຳນາດການປົກຄອງ, ພໍ່ແມ່ພີ່ນ້ອງ, ນັກຮົບໃນທົ່ວປະເທດ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອປູກຕົ້ນໄມ້ ໂດຍປະທານໂຮ່ຈີມິນ ລິເລີ່ມ. ຕັ້ງໜ້າສະໜອງຂໍ້ລິເລີ່ມປູກຕົ້ນ 1 ຕື້ ຕົ້ນ ໃນໄລຍະ 5 ປີ ຈະມາເຖິງ ໂດຍນາຍົກລັດຖະມົນຕີ ປຸກລະດົມ.”


 

ຕອບກັບ

ຂ່າວ/ບົດ​ອື່ນ