ທ່ານນາງນາຍົກລັດຖະມົນຕີ Sheikh Hasina, ເຊື່ອໝັ້ນຕໍ່ນ້ຳໃຈມິດຕະພາບ ຫວຽດນາມ - ບັນກະລາເທດ ຈະນຳມາເຊິ່ງໝາກຜົນແທດຈິງຫຼາຍຢ່າງ

(VOVWORLD) - ທ່ານນາງນາຍົກລັດຖະມົນຕີ Sheikh Hasina ຢືນຢັນນ້ຳໃຈເພື່ອນມິດ, ໄມຕີຈິດມິດຕະພາບ ຫວຽດນາມ - ບັງກະລາເທດ ໄດ້ຜ່ານຜ່າໄລຍະປະຫວັດສາດຫຼາຍຢ່າງ ຈະສືບຕໍ່ໄດ້ຮັບການປັບປຸງຢ່າງແໜ້ນແຟ້ນ
ທ່ານນາງນາຍົກລັດຖະມົນຕີ Sheikh Hasina, ເຊື່ອໝັ້ນຕໍ່ນ້ຳໃຈມິດຕະພາບ ຫວຽດນາມ - ບັນກະລາເທດ ຈະນຳມາເຊິ່ງໝາກຜົນແທດຈິງຫຼາຍຢ່າງ - ảnh 1ທ່ານເອກອັກຄະລັດຖະທູດ  ຫງວຽນແມ້ງເກືອງ ອວຍພອນທ່ານນາງນາຍົກລັດຖະມົນຕີ ບັງກະລາເທດ Sheikh Hasina
(ພາບ: TTXVN)

        ວັນທີ 09 ມັງກອນ, ຢູ່ນະຄອນຫຼວງ Draka, ປະເທດ ບັງກະລາເທດ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບັງກະລາເທດ ຫງວຽນແມ້ງເກືອງ ໄດ້ເຂົ້າອວຍພອນທ່ານນາງນາຍົກລັດຖະມົນຕີ ບັງກະລາເທດ Sheikh Hasina, ເນື່ອງໃນໂອກາດລັດຖະບານ ບັງກະລາເທດ ຈັດການເລືອກຕັ້ງສະພາແຫ່ງຊາດທົ່ວປະເທດຄັ້ງທີ 12 ບັນລຸຜົນສຳເລັດໃນວັນທີ 07 ມັງກອນ ແລະ ພັກສະຫະພັນປະຊາຊົນ (AL) ໂດຍທ່ານນາງ Sheikh Hasina ເປັນປະທານຍາດໄດ້ໄຊຊະນະ.

        ທີ່ການຕ້ອນຮັບ, ທ່ານນາງນາຍົກລັດຖະມົນຕີ Sheikh Hasina ຢືນຢັນນ້ຳໃຈເພື່ອນມິດ, ໄມຕີຈິດມິດຕະພາບ ຫວຽດນາມ - ບັງກະລາເທດ ໄດ້ຜ່ານຜ່າໄລຍະປະຫວັດສາດຫຼາຍຢ່າງ ຈະສືບຕໍ່ໄດ້ຮັບການປັບປຸງຢ່າງແໜ້ນແຟ້ນ, ນຳມາເຊິ່ງໝາກຜົນແທດຈິງຫຼາຍຢ່າງໃຫ້ແກ່ປະຊາຊົນ 2 ປະເທດ. ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນແມ້ງເກືອງ ເນັ້ນໜັກວ່າ, ສາຍພົວພັນທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ບັງກະລາເທດ ພວມນັບມື້ນັບພັດທະນາຢ່າງດີງາມ, ພິເສດແມ່ນໃນຂົງເຂດເສດຖະກິດ - ການຄ້າ. ເພື່ອສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນຮ່ວມມືໃນໄລຍະຈະມາເຖິງ, ທ່ານເອກອັກຄະລັດຖະທູດ ຫວັງວ່າ ທ່ານນາງນາຍົກລັດຖະມົນຕີ Sheikh Hasina ສະໜັບສະໜູນ, ສ້າງເງື່ອນໄຂສະດວກໃຫ້ແກ່ເລື່ອງເປີດສາຍການບິນໂດຍກົງ, ປະກອບສ່ວນຊຸກຍູ້ບັນດາການເຄື່ອນໄຫວດ້ານການຄ້າ, ທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ