ທ່ານນາງນາຍົກລັດຖະມົນຕີ ຝລັ່ງ Elisabeth Borne ລາອອກຈາກຕຳແໜ່ງ

(VOVWORLD) - ຄາດວ່າ, ທ່ານປະທານາທິບໍດີ Emmanuel Macron ຈະປະກາດລາຍຊື່ຜູ້ທີ່ແທນໃຫ້ທ່ານນາງ Elisabeth Borne ດຳລົງຕຳແໜ່ງນາຍົກລັດຖະມົນຕີຄົນໃໝ່ຂອງ ຝລັ່ງ
ທ່ານນາງນາຍົກລັດຖະມົນຕີ ຝລັ່ງ Elisabeth Borne ລາອອກຈາກຕຳແໜ່ງ - ảnh 1ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ເຫັນດີໃບຂໍລາອອກຈາກຕຳແໜ່ງຂອງທ່ານນາງນາຍົກລັດຖະມົນຕີ ຝລັ່ງ Elisabeth Borne
(ພາບ: Le Parisien)

        ວັນທີ 08 ມັງກອນ, ທ່ານນາງນາຍົກລັດຖະມົນຕີ ຝລັ່ງ Elisabeth Borne ໄດ້ຍື່ນໃບຂໍລາອອກຈາກຕຳແໜ່ງຕໍ່ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ໄດ້ຮັບຄວາມເຫັນດີ. ໃນຈົດໝາຍ, ທ່ານນາງ Elisabeth Borne ສະເໜີແນະ ລັດຖະບານຊຸດໃໝ່ສືບຕໍ່ປະຕິບັດແນວທາງປະຕິຮູບເຊິ່ງລັດຖະບານຂອງທ່ານນາງໄດ້ປະຕິບັດໃນເວລາເກືອບ 20 ເດືອນຜ່ານມາ. ຜ່ານສື່ສັງຄົມອອນລາຍ X, ທ່ານປະທານາທິບໍດີ Emmanuel Macron ໄດ້ຢັ້ງຢືນໃບຂໍລາອອກຈາກຕຳແໜ່ງຂອງທ່ານນາງ Elisabeth Borne; ພ້ອມທັງສະເໜີໃຫ້ລັດຖະບານປະຈຸບັນສືບຕໍ່ບໍລິຫານຈົນຮອດເວລານາຍົກລັດຖະມົນຕີ ພ້ອມກັບກົງຈັກລັດຖະບານຊຸດໃໝ່ໄດ້ຮັບການສ້າງຕັ້ງ.

        ຄາດວ່າ, ທ່ານປະທານາທິບໍດີ Emmanuel Macron ຈະປະກາດລາຍຊື່ຜູ້ທີ່ແທນໃຫ້ທ່ານນາງ Elisabeth Borne ດຳລົງຕຳແໜ່ງນາຍົກລັດຖະມົນຕີຄົນໃໝ່ຂອງ ຝລັ່ງ ໃນຕອນເຊົ້າວັນທີ 09 ມັງກອນ (ຕາມເວລາທ້ອງຖິ່ນ). ຫາງສຽງຖືວ່າ, ຜູ້ມີຄວາມສາມາດທີ່ຈະໄດ້ຮັບການເລືອກຕັ້ງແມ່ນທ່ານລັດຖະມົນຕີກະຊວງສຶກສາ ຝລັ່ງ Gabriel Attal, ເຊິ່ງແມ່ນຜູ້ໄດ້ຮັບຖືວ່າແມ່ນໃກ້ຊິດສະໜິດສະໜົມກັບທ່ານປະທານາທິບໍດີ Emmanuel Macron.

ຕອບກັບ

ຂ່າວ/ບົດ​ອື່ນ