ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May
(ພາບ: THX/TTXVN)
(vovworld) - ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ຖະແຫຼງວ່າ ປະເທດ ອັງກິດ ຈະຊຸກຍູ້ “ບົດບາດຊີ້ນຳນຳພາໃໝ່” ຂອງຕົນໃນພື້ນຖານເສດຖະກິດໂລກ ເມື່ອ ອັງກິດ ຖອນອອກຈາກສະຫະພາບ ເອີລົບ (ອີຢູ) ແລະ ເລື່ອງ ອັງກິດ ຖອນອອກຈາກ ອີຢູ ບໍ່ໝາຍຄວາມວ່າ ອັງກິດ ສະໜັບສະໜູນລັດທິປົກປ້ອງ, ປິ່ນຫລັງໃສ່ໂລກາພິວັດ. ຄຳຖະແຫຼງດັ່ງກ່າວ ໄດ້ຍົກອອກມາທີ່ເວທີປາໄສເສດຖະກິດໂລກຢູ່ Davos, ປະເທດ ສະວິດ ໃນວັນທີ 19/01. ກ່າວຄຳເຫັນຕໍ່ວົງການນັກການເມືອງ ແລະ ບັນດາການນຳວິສາຫະກິດຢູ່ Davos, ທ່ານນາງ Theresa May ຢືນຢັນວ່າ: ນັບແຕ່ກ່ອນມາຮອດປະຈຸບັນ ອັງກິດ ແມ່ນປະເທດຍົກສູງການເຄື່ອນໄຫວການຄ້າສາກົນ, ສະໜັບສະໜູນໂລກາພິວັດ, ເພາະສະນັ້ນ ເລື່ອງ ອັງກິດ ຖອນອອກຈາກ ອີຢູ ຈະຊ່ວຍໃຫ້ປະເທດນີ້ ມີຄວາມເຊື່ອໝັ້ນຕົນເອງກ່ວາ ໃນການນຳ ອັງກິດ ກາຍເປັນ “ປະເທດມີຂອບຂະໜາດທົ່ວໂລກ” ຢ່າງແທດຈິງ.