ທ່ານນາງນາຍົກລັດຖະມົນຕີເຢຍລະມັນວາງຄາດໝາຍສ້າງຕັ້ງລັດຖະບານກ່ອນກຳນົດເວລາ

(VOVWORLD) - ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ຖະແຫລງວ່າ ຈຸດໝາຍຂອງທ່ານນາງແມ່ນມານະພະຍາຍາມສ້າງຕັ້ງລັດຖະບານຍິ່ງໄວກໍ່ຍິ່ງດີ. 

ທ່ານນາງນາຍົກລັດຖະມົນຕີເຢຍລະມັນວາງຄາດໝາຍສ້າງຕັ້ງລັດຖະບານກ່ອນກຳນົດເວລາ - ảnh 1ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel 

ພາບ:vietnam+ 

ກ່າວຄຳເຫັນທີ່ການປະຊຸມໃນວັນທີ 25 ພະຈິກ, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ ເນັ້ນຫນັກວ່າ: ເອີລົບ ຕ້ອງການປະເທດເຢຍລະມັນເຂັ້ມແຂງກໍຄືປາດຖະຫນາເຢຍລະມັນມີລັດຖະບານມີຄວາມສະຖຽນລະພາບຢ່າງວ່ອງໄວ. ເຖິງຢ່າງໃດກໍຕາມ, ທ່ານນາງ Angela Merkel ກໍ່ຢືນຢັນຕື່ມອີກວ່າ ລັດຖະບານໂດຍທ່ານນາງກຳອຳນາດຊົ່ວຄາວ ຍັງຄົງສາມາດປະຕິບັດວຽກງານປະຈຳວັນຢູ່ປະເທດມີພື້ນຖານເສດຖະກິດໃຫຍ່ກວ່າໝູ່ຢູ່ ເອີລົບນີ້ໄດ້. ຄຽງຄູ່ກັນນັ້ນ ທ່ານນາງ Angela Merkel ໃຫ້ຮູ້ວ່າ: ທ່ານນາງ ພ້ອມແລ້ວໃຫ້ແກ່ການພົບປະກັບພັກປະຊາທິປະໄຕສັງຄົມ ເຢຍລະມັນ. ເຖິງຢ່າງໃດກໍ່ຕາມ ທ່ານຍັງເນັ້ນຫນັກວ່າ ບໍ່ວ່າການປຶກສາຫາລືໃດກໍ່ລ້ວນແຕ່ຕ້ອງອີງໃສ່ຄວາມເຄົາລົບເຊິ່ງກັນ ແລະກັນ.

ຕອບກັບ

ຂ່າວ/ບົດ​ອື່ນ