ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນ:ຍາມໃດກໍ່ຈົດຈ່ຳບຸນຄຸນຜູ້ເສຍສະຫລະຊີວິດເພື່ອຊາດ

(VOVWORLD) -ຕອນເຊົ້າວັນທີ 26 ທັນວາ, ຢູ່ ຮ່າໂນ້ຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໄດ້ຈັດຕັ້ງພິທີມອບໃບຢັ້ງຢືນປະເທດຊາດຈົດຈ່ຳບຸນຄຸນຜູ້ເສຍສະຫລະຊີວິດເພື່ອຊາດ. 
ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນ:ຍາມໃດກໍ່ຈົດຈ່ຳບຸນຄຸນຜູ້ເສຍສະຫລະຊີວິດເພື່ອຊາດ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນມອບໃບຢັ້ງຢືນ

 

ກ່າວຄຳເຫັນທີ່ພິທີມອບ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ເນັ້ນຫນັກວ່າ:

        “ນີ້ແມ່ນຄວາມຮັບຜິດຊອບອັນສູງສົ່ງ, ແມ່ນຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງພັກ, ລັດ ແລະ ທົ່ວສັງຄົມຂອງຊາວຫວຽດນາມ ລຸ້ນຕ່າງໆ ທີ່ມີຕໍ່ບັນດາຜູ້ທີ່ໄດ້ອຸທິດສ່ວນ, ເສຍສະຫລະຊີວິດເພື່ອພາລະກິດປະຕິວັດອັນສະຫງ່າລາສີຂອງພັກ, ຂອງຊາດ. ປະເທດຊາດ ແລະ ປະຊາຊົນ ຍາມໃດກໍ່ຈົດຈ່ຳບຸນຄຸນຊາວຫວຽດນາມ ລຸ້ນຕ່າງໆທີ່ໄດ້ເສຍສະຫລະຊີວິດເພື່ອພາລະກິດຕໍ່ສູ້ ປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ ແລະ ໝັ້ນໝາຍວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນໃນການຊອກຫາທຸກມາດຕະການເພື່ອຮັບຮູ້ ແລະ ປະຕິບັດນະໂຍບາຍບຸລິມະສິດສຳລັບຜູ້ມີຄຸນງາມຄວາມດີ ແລະ ຍາດຕິພີ່ນ້ອງຂອງເຂົາເຈົ້າ.”

ຕອບກັບ

ຂ່າວ/ບົດ​ອື່ນ