ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນຢ້ຽມຢາມງານຕະຫລາດນັດ OCOPກວາງນີງ

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນຢ້ຽມຢາມງານຕະຫລາດນັດ OCOPກວາງນີງ - ảnh 1
(ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນ
ຢ້ຽມຢາມງານຕະຫລາດນັດ OCOPກວາງນີງ)

(vovworld) - ​ ​ ວັນ​ທີ 02/05 ​ເມື່ອ​ລົງ​ຢ້ຽມຢາມ​ງານ​ຕະຫລາດນັດ OCOP ກວາງ​ນີງ ລະດູ​ຮ້ອນປີ 2016, ທ່ານ​ນາງ ຫງວຽນ​ທິກີ​ມ​ເງິນ ກຳມະການ​ກົມ​ການ​ເມືອງ, ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງວິທີ​ປະຕິບັດ​ຂອງ​ແຂວງ ກວາງ​ນີງ. ນີ້​ແມ່ນ​ຮູບ​​​ແບບ​ທີ່ດີ, ​ເປັນ​ແບບຢ່າງ, ​ແທດ​ຈິງ ​ແລະ ຄວນ​ໄດ້​ເປີດ​ກ້ວາງ, ຕິດພັນ​ຢ່າງ​ແໜ້ນ​ແຟ້ນກັບ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດກໍ່​ສ້າງ​ຊົນນະບົດ​ໃໝ່, ປະກອບສ່ວນ​ຍູ້​ແຮງ​ການ​ຂົນຂວາຍ​ຊາວ ຫວຽດນາມ ບຸລິມະສິດ​ນຳ​ໃຊ້​ສິນຄ້າ ຫວຽດນາມ.

        ງານ​ຕະຫລາດ​ນັດ OCOP ກວາງນີງ ລະດູ​ຮ້ອນ​ປີ 2016 ມີ​ຫົວ​ຂໍ້​ວ່າ: ຜະລິດ​ຕະພັນ OCOP ກວາງ​ນີງ - ​ເຄື່ອງໝາຍ​ການ​ຄ້າ​ຂອງ​ຊາວ ຫວຽດນາມ ຖືກ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 29/04 – 03/05. ງານ​ຕະຫລາດນັດ​ມີ​ຮ້ານ​ວາງສະ​ແດງ​ສິນຄ້າ​ປະມານ 200 ຮ້ານ. ​ໃນ​ນັ້ນ ມີ​ຮ້ານ​ວາງສະ​ແດງ​ແນະນຳ​ບັນດາ​ຜະລິດ​ຕະພັນ OCOP ພາຍ​ໃນ​ແຂວງ 93 ຮ້ານ. ນີ້​​ແມ່ນ​ການ​ເຄື່ອນ​ໄຫວ ທີ່​ນອນ​ໃນ​ລະບົບ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສັບປະດາ​ການທ່ອງທ່ຽວ ຮ້າ​ລອງ - ກວາງ​ນີງ ປີ 2016, ​ເພື່ອ​ແນ​ໃສ່​​ແນະນຳ, ​ໂຄສະນາ​ບັນດາ​ຜະລິດ​ຕະພັນ​ດີ​ທີ່ສຸດ, ພິ​ເສດສະ​ເພາະ​ຂອງ​ທ້ອງ​ຖິ່ນ​ເຖິງ​ປະຊາຊົນ​ ​ແລະ ​ແຂກ​ທ້ອງ​ທ່ຽວ​ເປັນຈຳນວນ​ຫລວງຫລາຍ. OCOP ຫຼື​ເອີ້ນວ່າ​ “​ແຕ່​ລະ​ຕາ​​ແສງມີຜະລິດ​ຕະພັນຢ່າງ​ໜຶ່ງ” ຂອງ ກວາງ​ນີງ ​ໄດ້​ຮັບ​ການ​ຕີ​ລາຄາ​ຈາກສູນ​ກາງ​ວ່າ​ແມ່ນ​ເນື້ອ​ໃນ, ໜ້າ​ທີ່​ການ​ເມືອງ​ສຳຄັນ​​ໃນ​ການກໍ່​ສ້າງ​​ຊົນນະບົດ​ໃໝ່. ​

ຂ່າວ/ບົດ​ອື່ນ