ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນເຂົ້າຮ່ວມ APPF 27

(VOVWORLD) -ໂດຍໄດ້ຮັບຄຳເຊື້ອເຊີນຈາກທ່ານປະທານສະພາແຫ່ງຊາດກຳປູເຈຍ Samdech Heng Samrin, ປະທານເວທີປາໄສລັດຖະສະພາອາຊີ - ປາຊີຟິກ ຄັ້ງທີ 27 (APPF 27)

ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໂດຍທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ນຳໜ້າ, ຈະເຂົ້າຮ່ວມເວທີປາໄສ APPF 27 ຢູ່ Siem Reap, ປະເທດກຳປູເຈຍ ໃນລະຫວ່າງວັນທີ 14 – 16 ມັງກອນ.

        ຫົວຂໍ້ຂອງ APPF 27 ຄັ້ງນີ້ແມ່ນ “ເພີ່ມທະວີການພົວພັນຄູ່ຮ່ວມມືລັດຖະສະພາ ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງ”, ໄດ້ວາງບຸລິມະສິດຕົ້ນຕໍເຂົ້າໃນເປົ້າໝາຍຮັບປະກັນສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງ. ຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມ APPF 27 ແມ່ນເພື່ອແນໃສ່ສືບຕໍ່ປະຕິບັດບົດບາດເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວພົວພັນຕ່າງປະເທດລັດຖະສະພາຫຼາຍຝ່າຍ, ເສີມຂະຫຍາຍບົດບາດ ແລະ ທີ່ຕັ້ງຂອງຫວຽດນາມ ຢູ່ເວທີປາໄສຄັ້ງນີ້. ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດຫວຽດນາມ ໄດ້ພົບປະ ແລະ ແລກປ່ຽນກັບສະມາຊິກລັດຖະສະພາບັນດາປະເທດ ກ່ຽວກັບບັນດາບັນຫາທີ່ມີຄວາມສົນໃຈລວມຂອງພາກພື້ນ ແລະ ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ