ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢ້ຽມຢາມ ແລະ ໂອ້ລົມກັບນັກສຶກສາ ມະຫາວິທະຍາໄລສັງລວມ ສະຫະພັນ Kazan
(VOVWORLD) - ຕອນເຊົ້າວັນທີ 9 ທັນວາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບນັກສຶກສາມະຫາວິທະຍາໄລ ສັງລວມສະຫະພັນ Kazan.
ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນຖ່າຍຮູບກັບນັກສຶກສາທີ່ການໂອ້ລົມ |
ກ່າວຄໍາເຫັນທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ ຍາມໃດກໍກໍານົດວ່າ ການພັດທະນາການສຶກສາ ແມ່ນລັດຖະນະໂຍບາຍບຸລິມະສິດແຖວໜ້າໃນຍຸດທະສາດພັດທະນາປະເທດຊາດ, ແມ່ນປັດໄຈໜຶ່ງທີ່ມີຄວາມໝາຍຕັດສິນ ເພື່ອປະຕິບັດກິດຈະການກິດຈະການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ. ສົ່ງເສີມການລົງທຶນພັດທະນາການສຶກສາທຸກຂັ້ນ, ຍູ້ແຮງການບໍາລຸງສ້າງວິຊາຊີບ ເພື່ອແນໃສ່ຮັບໃຊ້ເປົ້າໝາຍຫັນປະເທດຊາດເປັນອຸດສາຫະກໍາ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ. ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກໍ ປາດຖະໜາວ່າ ມະຫາວິທະຍາໄລ Kazan ສືບຕໍ່ເປີດກວ້າງ ແລະ ຍູ້ແຮງການເຄື່ອນໄຫວພົວພັນແລກປ່ຽນ ແລະ ຮ່ວມມືກັບມະຫາວິທະຍາໄລແຫ່ງຕ່າງໆຂອງຫວຽດນາມຢ່າງເລິກເຊິ່ງກວ້າງຂວາງ, ເພີ່ມຈໍານວນນັກສຶກສາຫວຽດນາມ ມາຮຽນຢູ່ ມະຫາວິທະຍາໄລ Kazan, ອັນຈະປະກອບສ່ວນເຂົ້າໃນພາລະກິດແຫ່ງການພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ.
“ຄໍາເວົ້າອະມະຕະຂອງທ່ານ ເລນິນ “ຮຽນ, ຮຽນອີກ, ຮຽນເລື້ອຍໆໄປ” ໄດ້ກາຍເປັນທິດນໍາຂອງການສຶກສາຂອງຫວຽດນາມ ນັບຮ້ອຍປີຜ່່ານມາ. ຄາວຍັງມີຊີວິດຢູ່, ປະທານໂຮ່ຈີມິນ ກໍໄດ້ຖືວຽກງານການສຶກສາ - ບໍາລຸງສ້າງແມ່ນວຽກງານທີ່ສໍາຄັນທີ່ສຸດ. ແນວຄິດ “ເພື່ອຜົນປະໂຫຍດ 10 ປີຕ້ອງປູກຕົ້ນໄມ້, ເພື່ອຜົນປະໂຫຍດຮ້ອຍປີຕ້ອງປູກສ້າງຄົນ” ຂອງເພິ່ນ ໄດ້ສະແດງໃຫ້ເຫັນບັນດາແຜນນະໂຍບາຍຂອງພັກ ແລະ ລັດຫວຽດນາມ, ຖືການສຶກສາແມ່ນລັດຖະນະໂຍບາຍແຖວໜ້າ”.
ນັກຂ່າວ ເລຕວຽດ