ທ່ານນາງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບທ່ານນາຍົກລັດຖະມົນຕີ ສປປ ລາວ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບທ່ານນາຍົກລັດຖະມົນຕີ ສປປ ລາວ - ảnh 1
ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ
ຕ້ອນຮັບທ່ານນາຍົກລັດຖະມົນຕີ ສປປ ລາວ

(vovworld) - ທີ່​ການ​ຕ້ອນຮັບ​ທີ່​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 8/2, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ ຫງວຽນ​ທິກິມ​ເຊິ​ນ ຢືນຢັນ​ວ່າ, ສະພາ​ແຫ່ງ​ຊາດ ຫວຽດນາມ ຈະ​ສົມທົບ​ກັບ​ສະພາ​ແຫ່ງ​ຊາດ ລາວ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້​ລັດຖະບານ​ສອງ​ປະ​ເທດ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ ​ແລະ ບັນດາ​ສັນຍາ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ. ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ສຳຄັນ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ 39, ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ຫວຽດນາມ - ລາວ. ທ່ານ​ນາງ ຫງວຽນ​ທິກິມ​ເງິນ ຖື​ວ່າ, ສະພາ​ແຫ່ງ​ຊາດ ຫວຽດນາມ ຕີ​ລາຄາ​ສູງ​ຜົນ​ແຫ່ງ​ການ​ເຮັດ​ວຽກ​ລະຫວ່າງ​ນາຍົກລັດຖະມົນຕີສອງທ່ານ. ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ​ກໍ່​ຄື​ ສະພາ​ແຫ່ງ​ຊາດ ຫວຽດນາມ ຈະ​ສົມທົບ​ກັບ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ລາວ ປານີ​ ຢາ​ທໍ​ຕູ້ ​ແລະ ສະພາ​ແຫ່ງ​ຊາດ ລາວ ຢ່າງ​ແໜ້ນ​ແຟ້ນ, ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ຢ່າງ​ສະດວກ ​ເພື່ອ​ໃຫ້​ລັດຖະບານ​ສອງ​ປະ​ເທດ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ ​ແລະ ບັນດາ​ສັນຍາ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ; ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ໃນ​ການ​ຕິດຕາມ​ກວດກາ, ໜູນ​ຊ່ວຍ​ການ​ປັບປຸງ​ກົດໝາຍ ​ແລະ ນະ​ໂຍບາຍ, ສ້າງ​ເງື່ອນ​ໄຂ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື​ລົງທຶນ, ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ.

ສ່ວນ​ທ່ານ​ນາຍົກລັດຖະມົນຕີ ສປປ ລາວ ທອງ​ລຸນ ສີ​ສຸ​ລິດ ກໍ່​ສະ​ແດງ​ຄວາມ​ປາຖະໜາ​ຢາກ​ຮ່ວມ​ມື, ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ຂົງ​ເຂດ​ຕ່າງໆ​ເຊິ່ງສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ. ພິ​ເສດ, ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ສະໜັບສະໜູນ, ສ້າງ​ເງື່ອນ​ໄຂ​ໃຫ້​ລັດຖະບານ​ສອງ​ປະ​ເທດ​ປະຕິບັດ​ບັນດາ​ເນື້ອ​ໃນ​ທີ່​ໄດ້​ຕົກລົງ, ພິ​ເສດ​ແມ່ນ​ເລື່ອງ​ນຳ​ໃຊ້​ທ່າ​ກຳ່​ປັ່ນ ຫວຸງອ໋າງຢ່າງ​ມີ​ປະສິດທິ​ຜົນ, ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ສົ່ງ​ອອກ​ນຳ​ເຂົ້າ​ສິນຄ້າ​ລະຫວ່າງ​ສອງ​ຝ່າຍ.

ຂ່າວ/ບົດ​ອື່ນ