ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ມອບຂອງຂວັນໃຫ້ທ່ານນາງປະທານສະພາແຫ່ງຊາດ ແຟງລັງ ທ່ານນາງ Maria Lohela.
ພາບ:qdnd.vn
|
(vovworld)- ໃນລາຍການເຂົ້າຮ່ວມກອງປະຊຸມສຸດຍອດບັນດາປະທານສະພາແຫ່ງ ຊາດເພດຍິງໂລກຄັ້ງທີ 11, ຕອນບ່າຍວັນທີ 12/12 ຕາມເວລາທ້ອງຖິ່ນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ຕ້ອນຮັບປະທານສະພາແຫ່ງຊາດ ແຟງລັງ ທ່ານນາງ Maria Lohela. ກ່າວຄຳເຫັນນະການຕ້ອນຮັບ, ທ່ານນາງປະທານ ສະພາແຫ່ງຊາດ ຫງວຽນທິກີມເງິນ ຖືວ່າ: ສະພາແຫ່ງຊາດສອງປະເທດ ຄວນສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງ, ຂັ້ນຄະນະກຳມາທິການ ແລະ ບັນດາອົງການຮັບໃຊ້ສະພາແຫ່ງຊາດ, ເພີ່ມທະວີການແລກປ່ຽນບົດຮຽນໃນບັນດາຂົງເຂດ ແລະ ການເຄື່ອນໄຫວ, ອັດເດັດຂໍ້ມູນຂ່າວກ່ຽວກັບການເຄື່ອນໄຫວລັດຖະສະພາຢູ່ແຕ່ລະປະເທດ, ເພີ່ມທະວີການພົວພັນສອງຝ່າຍກໍຄືສືບຕໍ່ສົມທົບກັນທີ່ບັນດາເວທີປາໄສຫລາຍຝ່າຍ, ເພີ່ມທະວີ ແລະ ສະຫນັບສະຫນູນເຊິ່ງກັນ ແລະກັນ ໃນບັນດາບັນຫາຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານປະທານສະພາແຫ່ງຊາດ ແຟງລັງ ປາດຖະຫນາຢາກສອງປະເທດເພີ່ມທະວີການຊຸກຍູ້ການຮ່ວມມືພັດທະນາເສດຖະກິດກໍຄືການພົບປະແລກປ່ຽນປະຊາຊົນກວ່າອີກ. ແຟງລັງ ປາດຖະຫນາຢາກຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນດ້ານການຄ້າ.
ທີ່ການພົບປະກັບທ່ານ Aman Apdula Ankubaisi, ປະທານສະພາແຫ່ງຊາດ ຢູໄນຕິດ ອາຣັບ ເອມີເຣດ (UAE), ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ເນັ້ນຫນັກວ່າ: ຫວຽດນາມ ຍາມໃດກໍຖືການພົວພັນມິດຕະພາບ ແລະ ການຮ່ວມມືຫລາຍດ້ານກັບ UAE ເປັນສຳຄັນ. ໃນໄລຍະຈະມາເຖິງ, ສອງຝ່າຍຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ສົມທົບກັນທີ່ບັນດາເວທີປາໄສພາກພື້ນ ແລະ ສາກົນ. ທ່ານປະທານສະພາແຫ່ງຊາດ ສະເຫນີ: UAE ພິຈາລະນາຢ່າງຕັ້ງຫນ້າການສະຫນັບສະຫນູນຫວຽດນາມອອກສະໝັກຮັບເລືອກຕັ້ງເປັນກຳມະການບໍ່ປະຈຳສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021. ທ່ານປະທານສະພາແຫ່ງຊາດ UAE , Aman Apdula Ankubaisi ຢືນຢັນ: ໃນບັ້ນພົວພັນກັບຕ່າງປະເທດຂອງ UAE, ຫວຽດນາມ ແມ່ນຫນຶ່ງໃນບັນດາປະເທດຢູ່ ອາຊີ ມີທີ່ຕັ້ງສຳຄັນທີ່ສຸດ ສະນັ້ນ UAE ເປັນເອກະພາບບຸລິມະສິດພັດທະນາການພົວພັນສອງຝ່າຍກັບຫວຽດນາມ.