ທ່ານນາງປະທານສະພາແຫ່ງຊາດຫວຽດນາມເຂົ້າຮ່ວມພິທີໄຂກອງປະຊຸມAPPF-27

(VOVWORLD) -ເວທີປາໄສລັດຖະສະພາອາຊີ-ປາຊີຟິກ ຄັ້ງທີ 27 (APPF-27) ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 15 ມັງກອນຢູ່ສຽມຣຽບ ປະເທດ ກຳປູເຈຍ. ກ່າວເປີດກອງປະຊຸມ, ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ສົ່ງສານອວຍພອນບັນດາຄະນະຜູ້ແທນ, ສະແດງຄວາມເປັນກຽດເມື່ອ ກຳປູເຈຍ ເປັນປະເທດເຈົ້າພາບຈັດຕັ້ງເວທີປາໄສສາກົນທີ່ສຳຄັນເພື່ອປຶກສາຫາລືຫລາຍບັນຫາໃຫຍ່ຂອງພາກພື້ນ. 
ທ່ານນາງປະທານສະພາແຫ່ງຊາດຫວຽດນາມເຂົ້າຮ່ວມພິທີໄຂກອງປະຊຸມAPPF-27 - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ກ່າວຄຳເຫັນທີ່ພິທີໄຂ APPF-27

ພະບາດສົມເດັດເນັ້ນຫນັກວ່າ: ບັນດາສາຍພົວພັນຫລາຍຝ່າຍພວມຖືກນາບຂູ່ ຍ້ອນລັດທິອາລັກຂາ, ການກໍ່ການຮ້າຍ, ລັດທິຊົນຊາດຢູ່ບາງແຫ່ງໃນໂລກ. ສະນັ້ນ ນີ້ແມ່ນຈຸດເວລາບັນດາປະເທດຕ້ອງສາມັກຄີເພື່ອສ້າງບັນດາສາຍພົວພັນໃນພາກພື້ນ ອາຊີ - ປາຊີຟິກ ພ້ອມກັນເພີ່ມທະວີບັນດາພື້ນຖານເພື່ອສັນຕິພາບ, ເສລີພາບ, ປະຊາທິປະໄຕ ແລະ ວັດທະນາຖາວອນ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ຖືວ່າ: ປີ 2018 ກອງປະຊຸມ APPF- ຄັ້ງທີ 26 ຖືກຈັດຂຶ້ນຢູ່ຫວຽດນາມ ດ້ວຍຖະແຫລງການຮ່າໂນ້ຍ ເປັນຂີດໝາຍໄລຍະທາງ 25 ປີ ແຫ່ງການພັດທະນາຂອງ APPF, ເປີດວິໄສທັດໃຫມ່ໃຫ້ແກ່ການພົວພັນຄູ່ຮ່ວມມືລັດຖະສະພາ ອາຊີ - ປາຊີຟິກ ຮອດປີ 2030. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ເນັ້ນຫນັກວ່າ:

“ສະພາແຫ່ງຊາດຫວຽດນາມ ຕີລາຄາສູງ ຫົວຂໍ້ຂອງກອງປະຊຸມຄັ້ງນີ້ ນັ້ນແມ່ນ “ເພີ່ມທະວີການພົວພັນຄູ່ຮ່ວມມືລັດຖະສະພາເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງ”, ສອດຄອ່ງກັບການກຳນົດທິດການພົວພັນຄູ່ຮ່ວມມືລັດຖະສະພາ, ຄວາມຮຽກຮ້ອງຕ້ອງການ ແລະ ທ່າອ່ຽງພັດທະນາຂອງທົ່ວໂລກເວົ້າລວມ ແລະ ພາກພື້ນ ອາຊີ - ປາຊີຟິກ ເວົ້າສະເພາະໃນໄລຍະໃຫມ່. ແລະ ສິ່ງສຳຄັນນັ້ນແມ່ນ ບັນດາເປົ້າໝາຍພັດທະນາແບບຍືນຍົງຕ້ອງກາຍເປັນການກຳນົດທິດເປັນປະຈຳ, ຍາວນານ ໃຫ້ແກ່ບັນດານະໂຍບາຍພັດທະນາຂອງບັນດາປະເທດ, ໂດຍເລີ່ມມາຈາກຄວາມມຸ້ງມາດປາດຖະຫນາຂອງປະຊາຊົນ, ຮັບປະກັນຜົນປະໂຫຍດຂອງປະຊາຊົນ ຊື່ງພວກເຮົາແມ່ນຕົວແທນ.”

 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ເນັ້ນຫນັກວ່າ: ບັນດາປະເທດ ຄວນເປີດກວ້າງການແລກປ່ຽນ ການຮ່ວມມື ລະຫວ່າງບັນດາລັດຖະສະພາໃນພາກພື້ນ, ເສີມຂະຫຍາຍບົດບາດໃນການຕິດຕາມກວດກາປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຢູ່ແຕ່ລະປະເທດ.

ທີ່ພິທີໄຂ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Hunsen ກໍ່ຖືວ່າ ປະຈຸບັນ ໂລກພວມປະເຊີນຫນ້າກັບຫລາຍບັນຫາ ສະນັ້ນ ເວທີປາໄສມີບົດບາດສຳຄັນທີ່ສຸດເພືີ່ອໃຫ້ບັນດາປະເທດປຶກສາຫາລືກ່ຽວກັບບັນດາບັນຫານີ້. ທ່ານນາຍົກລັດຖະມົນຕີ Samdech Hunsen ສະເຫນີ ເວທີປາໄສຄວນສຸມໃສ່ປຶກສາຫາລືກ່ຽວກັບບົດບາດຂອງ ສປຊ, ອາຊຽນ, ການຄ້ຳປະກັນດ້ານສະບຽງອາຫານ, ບັນດາປະເທດ ຄວນແກ້ໄຂຄວາມຂັດແຍ້ງໂດຍສັນຕິວິທີ, ຕາມກົດໝາຍສາກົນເພື່ອນຳບັນດາປະເທດພັດທະນາຢ່າງມີສັນຕິພາບ, ວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ