ທ່ານນາງປະທານ​ສະພາ​ແຫ່ງ​ຊາດເປັນ​ເຈົ້າພາບ​ຈັດ​ຕັ້ງກອງ​ປະຊຸມ​ສະມາ​ຊິກ​ສະພາ​ແຫ່ງ​ຊາດສະ​ເພາະ​ກິດ

ທ່ານນາງປະທານ​ສະພາ​ແຫ່ງ​ຊາດເປັນ​ເຈົ້າພາບ​ຈັດ​ຕັ້ງກອງ​ປະຊຸມ​ສະມາ​ຊິກ​ສະພາ​ແຫ່ງ​ຊາດສະ​ເພາະ​ກິດ - ảnh 1
ທ່ານນາງ ປະທານ​ສະພາ​ແຫ່ງ​ຊາດ ເປັນ​ເຈົ້າພາບ​ຈັດ​ຕັ້ງ
ກອງ​ປະຊຸມ​ສະມາ​ຊິກ​ສະພາ​ແຫ່ງ​ຊາດສະ​ເພາະ​ກິດ
(ພາບ: TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 8/9, ທີ່ ຮ່າ​ໂນ້ຍ, ຄະນະ​ປະຈຳ​ສະ​ພາ​ແຫ່ງ​ຊາດ ຈັດຕັ້ງກອງ​ປະຊຸມ​ສະມາ​ຊິກ​ສະພາ​ແຫ່ງ​ຊາດສະ​ເພາະ​ກິດ, ປຶກສາ​ຫາລື, ​​ໃຫ້ຄຳ​ເຫັນ​ກ່ຽວກັບ​​ບາງບັນ​ຫາ​ໃຫຍ່ ຂອງຮ່າງ​ກົດໝາຍ 2 ສະບັບ​ທີ່ ຈະ​ຍື່ນ​ສະ​ເໜີຕໍ່ສະພາ​ແຫ່ງ​ຊາດພິຈາລະນາ, ຮັບຮອງ​ເອົາ​ຢູ່​ກອງ​ປະຊຸມ​ສະ​ໄໝສະ​ບັນ​ເທື່ອ​ທີ 2 ​ໃນ​ເດື່ອ​ນ 10 ຈະ​ມາ​ເຖິງ, ນັ້ນ​ແມ່ນ ກົດໝາຍວ່າດ້ວຍການ​ເຫຼືອ​​ໃສສາສະໜາ ​ແລະ ກົດໝາຍວ່າ​ດ້ວຍ​ສະມາຄົມ. ທ່ານນາງຫງວຽນທິກີ​ມ​ເງີ​ນ​ໄດ້​ ເປັນ​ເຈົ້າພາບ​ຈັດ​ຕັ້ງກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ທີ່​ການ​ໄຊ​ຂຶ້ນ​ກອງ​ປະຊຸມທ່ານນາງ ຫງວຽນທິກີ​ມ​ເງີ​ນ ຊີ້​ແຈ້ງວ່າ: ລັດຖະທຳມະນູນ ປີ 2013 ​ກຳນົດວ່າທຸກ​ຄົນ​ມີສິດ​ເສລີ​ໃນການ​ເຫລື້ອມ​​ໃສສາສະໜາ: ​ເຊື່ອ​ຖືຫຼືບໍ່​ເຊື່ອ​ຖືສາ​ສະໜາ, ບັນດາສາສະໜາ ມີ​ຄວາມສະເໝີພາບຕໍ່ໜ້າກົດໝາຍ. ລັດ​ເຄົາລົບ ​ແລະ ປົກ​ປັກ​ຮັກສາ, ປົກ​ປ້ອງ​ສິດ​ເສລີ​ໃນ​ການ​ເຫຼື້ອມ​ໃສ​ສາສະໜາ ​ແລະ ນີ້​ແມ່ນ​ສິດ​ຂອງ​ມະນຸດ, ສິດ​ພື້ນຖານ​ຂອງ​ພົນລະ​ເມືອງທີ່​​ໄດ້​ຮັບ​ການກຳນົດ​ໄວ້​ໃນ​ລັດຖະທຳມະນູນ. ​ ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ໄດ້​ປະກາດ​ໄຊ້, ປະມວນ​ກົດໝາຍ​ແພ່ງ (ສະບັບ​ປັບປຸງ), ກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ (ສະບັບ​ປັບປຸງ). ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ໄດ້​ນຳ​ເອົາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ເຫຼື້ອມ​ໃສ, ສາສະໜາ ​ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສະມາຄົມ​ເຂົ້າ​ໃນ​ລາຍການ​ສ້າງ​ກົດໝາຍ, ລັດຖະບັນ​ບັນຍັດ​ປີ 2016. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ, ຢືນຢັນ​ວ່າ, ​ເລື່ອງ​ປະກາດ​ໃຊ້​ຮ່າງ​ກົດໝາຍ 2 ສະບັບ​ນີ້​ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ ​ແລະ ຮັບປະກັນ​ສິດ​ເສລີ​ໃນ​ການ​ເຫຼື້ອມ​ໃສ​ສາສະໜາ, ສິດ​ສ້າງ​ສະມາຄົມ​ຂອງ​ພົນລະ​ເມືອງ ​ແລະ ​ເພີ່ມ​ທະວີ​ຜົນ​ສັກສິດ​ໃນ​ການ​ຄຸ້ມ​ຄອງ​ລັດ.                                      

ຂ່າວ/ບົດ​ອື່ນ