ທ່ານນາງປະທານາທິບໍດີ ສ.ເກົາຫຼີ
ຜູ້ຖືກປົດຕຳແໜ່ງ Park Geun – hye
(ພາບ: AFP/TTXVN)
(vovworld) - ວັນທີ 12/03 ທ່ານນາງປະທານາທິບໍດີ ສ.ເກົາຫຼີ ຜູ້ຖືກປົດຕຳແໜ່ງ Park Geun – hye ໄດ້ຝາກຄຳຂໍໂທດເຖິງປະຊາຊົນ ຍ້ອນບໍ່ປະຕິບັດສຳເລັດໜ້າທີ່ເປັນປະທານາທິບໍດີ ໃນອາຍຸການທີ່ແກ່ຍາວເປັນເວລາ 5 ປີເຖິງເດືອນ 02/2018. ກ່ອນໜ້ານັ້ນໃນວັນດຽວກັນ, ທ່ານນາງ Park Geun – hye ໄດ້ຍ້າຍອອກຈາກທຳນຽບຂຽວ, ພາຍຫລັງທີ່ສານລັດຖະທຳມະນູນ ສ.ເກົາຫຼີ ສະໜັບສະໜູນການໄຈ້ແຍກໂທດ ແລະ ປົດຕຳແໜ່ງມທ່ານນາງ Park Geun – hye ທີ່ກ່ຽວຂ້ອງເຖິງເຫດການປັນປວນສໍ້ລາດບັງຫລວງຢ່າງຮ້າຍແຮງເປັນເວລາ 2 ວັນ. ຕາມກົດໝາຍກຳນົດໄວ້, ສ.ເກົາຫຼີ ຈະຈັດຕັ້ງການເລືອກຕັ້ງປະທານາທິບໍດີ ໃນຮອບ 60 ວັນ ນັບແຕ່ສານລັດຖະທຳມະນູນ ອອກຄຳຕັດສິນປົດຕຳແໜ່ງທ່ານນາງ Park Geun – hye.