ທ່ານນາງຫງວຽນທິກີມເງິນປະທານສະພາແຫ່ງຊາດຫວຽດນາມມອບຫຼຽນໄຊຊັ້ນສູງ
ທ່ານ ນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ
(vovworld)- ວັນທີ 24/11, ຢູ່ສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ຈັດຕັ້ງພິທີມອບຫຼຽນໄຊຊັ້ນສູງ, ແລະງານພົບປະ ລະຫວ່າງ ຄະນະປະຈຳສະພາແຫ່ງຊາດ ກັບບັນດາສະມາຊິກສະພາແຫ່ງຊາດ ຊຸດທີ 13 ທີ່ເຄື່ອນໄຫວສະເພາະ ກິດ ຢູ່ຂັ້ນສູນກາງເຊິ່ງບໍ່ໄດ້ຮັບເລືອກຕັ້ງອີກຄັ້ງໃໝ່ ແລະ ພະນັກງານທີ່ຂື້ນກັບຄະນະປະຈຳສະພາແຫ່ງຊາດຄຸ້ມຄອງ ທີ່ໄດ້ພັກບຳນານ, ກຽມພັກບຳນານ ຫຼື ຍ້າຍໄປເຮັດວຽກອື່ນ. ກ່າວຄວາມເຫັນທີ່ພິທີ, ທ່ານ ນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ຖືວ່າ: ໃນຕະຫຼອດອາຍຸການສະພາແຫ່ງຊາດຊຸດທີ 13, ບັນດາທ່ານໄດ້ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຜູ້ແທນປະຊາຊົນເປັນຢ່າງດີ, ເຂົ້າຮ່ວມບັນດາການເຄື່ອນໄຫວ ຂອງສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ ຢ່າງຕັ້ງໜ້າ; ສາມັກຄີ, ເຫັນດີເປັນເອກະພາບ, ປະກອບພູມປັນຍາ ດ້ວຍຈິງໃຈສ້ງສັນ, ສຸດຈິດສຸດໃຈ, ຊ່ວຍສະພາແຫ່ງຊາດ ສຳເລັດວຽກງານຈຳນວນຫຼາຍ ໃນທຸກຂົງເຂດນິຕິບັນຍັດ, ຕົກລົງບັນດາບັນຫາທີ່ສຳຄັນ ແລະ ຕິດຕາມກວດກາສູງສຸດ, ພິເສດແມ່ນການປັບປຸງລັດຖະທຳມະນູນ ແລະ ປະກາດໃຊ້ຫຼາຍກົດໝາຍສຳຄັນ. ທ່ານ ນາງ ປະທານສະພາແຫງ່ຊາດ ປາດຖະໜາວ່າ: ບັນດາອະດິດສະມາຊິກສະພາແຫ່ງຊາດ ຊຸດທີ 13 ທີ່ເຄື່ອນໄຫວສະເພາະກິດຢູ່ຂັ້ນສູນກາງ ເຊິ່ງບໍ່ໄດ້ຮັບເລືອກຕັ້ງອີກເປັນສະມາຊິກສະພາແຫ່ງຊາດໃໝ່ ແລະ ບັນດາພະນັກງານທີ່ປະຕິບັດງານ ຢູ່ຄະນະປະຈຳສະພາແຫ່ງຊາດ ໄດ້ພັກບຳນານ, ກຽມພັກບຳນານ ສືບຕໍ່ປະກອບພູມປັນຍາ, ບັນດາປະສົບການທີ່ອຸດົມສົມບູນ, ບົດຮຽນອັນລ້ຳຄ່າ ໃຫ້ແກ່ສັງຄົມ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ.