ທ່ານນາງຮອງປະທານປະ ເທດ Nguyen Thi Doan ຢ້ຽມຢາມເມືອງເກາະ ໂກໂຕ

ທ່ານນາງຮອງປະທານປະ ເທດ Nguyen Thi Doan ຢ້ຽມຢາມເມືອງເກາະ ໂກໂຕ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ Nguyen Thi Doan ຢ້ຽມຢາມກອງທັບ ແລະ ປະຊາຊົນຢູ່ເມືອງ​ເກາະ ​ໂກ​ໂຕ
(ພາບ:baoquangninh.com.vn )


Vovworld- ວັນ​ທີ 19​ ​ເມສາ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ Nguyen Thi Doan ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ເມືອງ​ເກາະ ​ໂກ​ໂຕ ​ແຂວງ ກວາງ​ນິງ. ຢູ່​ທີ່​ນີ້, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ Nguyen Thi Doan ​ໄດ້​ໄປ​ຖະຫວາ​ຍທູບ​ທຽນ​ບູຊາ​ຢູ່​ວິຫານ​ປະທານ ​ໂຮ​ຈິ​ມິນ ​ແລະ ປູກ​ຕົ້ນ​ໄມ້​ທີ່​ລະນຶກ​ຢູ່​ນີ້. ທີ່​ຕາ​ແສງ ດົງ​ຕ້ຽນ, ​ເມື​ອ່ຢ້ຽມ​ຢາມ​ບັນດາ​ຄອບຄົວ​ເປົ້າ​ໝາຍ​ນະ​ໂຍບາຍ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ Nguyen Thi Doan​ໄດ້​ຢືນຢັນ​ວ່າ ພັກ ​ແລະ ລັດ​ຫວຽດນາມ​ມີ​ບັນດາ​ນະ​ໂຍບາຍ​ເອົາ​ໃຈ​ໃສ່​ເຖິງ​ປະຊາຊົນ​ດຳລ​ົງຊີວິດ​ຢູ່​ແຫ່ງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ຕາ​ແສງ​ເກາະ, ​ເມືອງ​ເກາະ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ Nguyen Thi Doan ຍັງ​​ແວ່​ຢາມປ້ອມ​ປ້ອງ​ກັນຊາ​ຍ​ແດນ ​ໂກ​ໂຕ, ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ພະນັກງານ, ກຳມະກອນ​ພວມ​ກໍ່ສ້າ​ງອ່າງ​ເກັບ​ນ້ຳ​ຈືດ ​ເຈືອງ​ຊວນ ​ໃນ​ເກາະ.

ຂ່າວ/ບົດ​ອື່ນ