​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຕ້ອນຮັບນັກ​ສຶກສາ​ທີ່​ເສັງ​​ໄດ້ຄະ​ແນນ​ສູງ​ກວ່າ​ໝູ່

​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຕ້ອນຮັບນັກ​ສຶກສາ​ທີ່​ເສັງ​​ໄດ້ຄະ​ແນນ​ສູງ​ກວ່າ​ໝູ່ - ảnh 1

(ພາບ:tinmoi.vn)​

(vovworld) -     ຕອນ​ເຊົ້າ​ວັນ​ທີ 27/8, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ນັກ​ສຶກສາ​ດີ​ເດັ່ນຮຽນ​ຈົດ​ຂອງ​ບັນດາມະຫາວິທະຍາ​ໂລ, ວິ​ທະຍາ​ໄລ, ສະ​ຖາ​ບັນ​ໃນ​ບໍລິ​ເວັນ​ນະຄອນ​ຮ່າ​ໂນ້ຍ ​ແລະ ນັກ​ສຶກສາ​ທີ່​ເສັງ​​ເຂົ້າ​ມະຫາວິທະຍາ​ໄລ​ດ້ວຍ​ຄະ​ແນນ​ສູງ​ກວ່າ​ໝູ່ຂອງ​ນະຄອນ​ດາ​ນັ້ງປີ 2012 ​ເນື່ອງ​ໃນ​ໂອກາດ​ທີ່ຄະນະ​ມາ​ຢ້ຽມຢາມ​ນະຄອນຫຼວງ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ​ໄດ້ສະ​ແດງ​ຄວາມ​ເຊື້ອ​ໝັ້ນ​ວ່າ ບັນດາ​ນັກ​ສຶກສາ​ເສັງ​ໄດ້ຄະ​ແນນ​ສູງ​ກວ່າ​ໝູ່ ຈະ​ບັນລຸ​ໄດ້​ຄວາມ​​ໄຝ່ຝັນ​ບົນ​ເສັ້ນທາງ​ໂດຍ​ຕົນ​ເລືອກ​ເຟັ້ນ, ກາຍ​ເປັນ​ປັດ​ໃຈ​ທີ່ຕັ້ງໜ້າ ​ເພື່ອ​ສ້າງ​ສັງຄົມ​ແຫ່ງ​ຮໍ່າຮຽນ, ພື້ນຖານ​ເສດຖະກິດ​ພູມ​ປັນຍາ​ທີ່​ກ້າວໜ້າ, ປະກອບສ່ວນ​ໃຫ້​ແກ່​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ.

“ຕ້ອງ​ຢືນຢັນ​ວ່າ ຍາມ​ໃດພັກ, ລັດ ກໍ​ຖື​ການ​ສຶກສາ​ບຳລຸງ​ສ້າງ ​ແລະ ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ແມ່ນ​ປາຍ​ແຫຼມ, ​ແມ່ນລັດຖະນະ​ໂຍບາຍອັນ​ດັບ​ໜຶ່ງ ​ແລະ ຍາມ​ໃດ​ກໍ​ມີ​ນະ​ໂຍບາຍຕ່າງໆ​ຕໍ່​ຜູ້​ເກັ່ງ​ກ້າ​ສະມາດ. ຂ້າພະ​ເຈົ້າ​ຖື​ວ່າ ບັນດາ​ນັກ​ສຶກສາ​​ໄກ້​ຈະ​ເສັງ​ຈົບ ຈະນຳ​ໃຊ້​ຄວາມ​ຮູ້, ສືບ​ຕໍ່​ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ກຳ​ແໜ້ນ​ສະພາບຕົວ​ຈິງ​ຢ່າງ​ວ່ອງ​ໄວ. ຍາມ​ໃດ​ພັກ, ລັດ ກໍ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ອີ່​ງ​ໃສ່​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່ມີ​ຄຸນ​ນະພາ​ບສູງ ​ເພື່ອສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ”.

ກ່ອນໜ້ານັ້ນ, ຕອນ​ຄ່ຳວັນ​ທີ 26/8, ນະຄອນ​ຮ່າ​ໂນ້ຍ ​ໄດ້​ຈັດ​ພິທີ​ຍ້ອງຍໍ​ນັກ​ສຶກສາດີ​ເດັ່ນ​ເສັງຈົບມະຫາວິທະຍາ​ໄລ, ສະ​ຖາ​ບັນ​ແຫ່ງ​ຕ່າງໆ​ໃນ​ບໍລິ​ເວນ​ນະຄອນ​ຮ່າ​ໂນ້ຍ ​ລວມ 382 ຄົນ ​ແລະ ນັກຮຽນ​ 24 ຄົນທີ່ເສັງ​ເຂົ້າມະຫາວິທະຍາ​ໄລ​ປີ 2012  ​​ຄະ​ແນນ​ສູງ​ກ່ວາ​ໝູ່. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ Pham Quang Nghi ​ເລຂາ​ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ ​ເນັ້ນໜັກ​ວ່າ: ຍາມ​ໃດ, ພັກ, ລັດຫວຽດນາມ ກໍ່​ຖື​ຖັນ​ແຖວ​ປັນຍາ​ຊົນ​ເປັນ​ສຳຄັນ ​ແລະ ກຳນົດ​ວ່າ​ນີ້​ແມ່ນ​ແຫຼ່ງກຳລັງ​ສຳຄັນ​ໃນ​ຍຸດ​ທະ​ສາດ​ແຫ່ງ​ການ​ພັດທະນາ​ປະ​ເທດ​ຊາດ:

“ພວກ​ນ້ອງ​​ໄດ້​ຮັບ​ການ​ເຊີດ​ຊູ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ ຄວາມ​ເປັນ​ກຽດອັນໃຫ່ຍຫຼວງທີ່​ສຸດ ​ແຕ່​ນີ້​ພຽງ​ແຕ່ແມ່ນການ​ເລີ່​ມຕົ້ນ​​ໃຫ້ວິວັດ​ການ​ສູ້​ຊົນ​ໃໝ່ເທົ່າ​ນັ້ນ. ອະນາຄົດ​ຂອງ​ພວກ​ນ້ອງ​ໄດ້​ຮັບ​ການ​ເປີດ​ກ້ວາງ​ດ້ວຍ​ບັນດາ​ກາລະ​ໂອກາດ​ທີ່​ສະດວກ​ສະບາຍ ​ແຕ່​ກໍ່​ຈະ​ຕ້ອງ​ປະສົບ​ກັບ​ຄວາມ​ຫຍູ້​ງຍາກ, ການ​ທ້າຍ​ທາຍ​ບໍ່​​ແມ່ນໜ້ອຍ, ມັນ​ຮຽກຮ້ອງ​ໃຫ້​ພວກ​ນ້ອງ​ຕ້ອງ​ສືບ​ຕໍ່​ຝຶກ​ຝົນ​ຫຼໍ່​ຫຼອມ, ສູ້​ຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ. ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ນະຄອນ​ມີ​ຄວາມ​ເຊື່ອໝັ້ນຕໍ່​ພວກ​ນ້ອງ, ຕໍ່​ຄວາມ​ກ້າວໜ້າ ​ແລະ ຫວັງ​ວ່າ ພວກ​ນ້ອງ​ຈະ​ສືບ​ຕໍ່​ບັນລຸ​ໄດ້​ຜົນ​ງານ​ສູງ​ກ່ວາອີກ, ປະກອບສ່ວນ​ສ້າ​ງນະຄອນຫຼວງ​ແຫ່ງ​ອະ​ລີ​ຍະ​ທຳ​ວິລະ​ຊົນ, ສ້າງສາ​ປະ​ເທດ​ຊາດ​​ໃຫ້ນັບ​ມື້ນັບ​ຮັ່ງມີສວຍ​ງາມ, ສີ​ວິ​ໄລ​“

 

 

ຂ່າວ/ບົດ​ອື່ນ