ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ມອບນາມມະຍົດ “ແມ່ຫວຽດນາມ ວິລະຊົນ” ຢູ່ຮືງອຽນ
ທ່ານນາງປະທານປະເທດ ຫງວຽນທິຢວານ
ມອບນາມມະຍົດ “ແມ່ຫວຽດນາມ ວິລະຊົນ” ຢູ່ຮືງອຽນ
(ພາບ: nhandan.com.vn)
(vovworld) – ວັນທີ 15/10, ແຂວງ ຮືງອຽນ ໄດ້ຈັດພິທີມອບນາມມະຍົດລະດັບຊາດ “ແມ່ຫວຽດນາມ ວິລະຊົນ” ໃຫ້ແມ່ຫວຽດນາມ ວິລະຊົນ 583 ຄົນ. ຢູ່ທີ່ນີ້, ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ບັນດາການອຸທິດສ່ວນຂອງບັນດາແມ່ຫວຽດນາມ ວິລະຊົນ. ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໄດ້ລະດົມກຳລັງໃຈບັນດາແມ່ ຫວຽດນາມ ວິລະຊົນ ສືບຕໍ່ດຳລົງຊີວິດໃນທາມກາງຄວາມເບີກບານມ່ວນສື່ນ, ມີສຸຂະພາບແຂງແຮງ, ເປັນແບບຢ່າງໃຫ້ລູກຫລານຮໍ່າຮຽນຕາມ.