ທ່ານນາງຮອງປະທານປະເທດ ຫງວຽນທິຢວານ
ມອບຂອງຂວັນໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍຂອງເມືອງ
(ພາບ: baomoi.com)
(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 66 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ຕອນບ່າຍວັນທີ 18/07, ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ແລະ ຄະນະປະຕິບັດງານ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງກວາງຈິ້. ພາຍຫຼັງມາຖະຫວາຍດວກໄມ້ທູບທຽນບູຊາອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານແຫ່ງຊາດ ເຈື່ອງເຊີນ ແລະ ສຸສານແຫ່ງຊາດທາງເລກ 9 ແລ້ວ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໄດ້ລົງຢ້ຽມຢາມຕາແສງຈຸດສຸມກ່ຽວກັບຊົນນະບົດໃໝ່ ວິ້ງແທກ, ເມືອງ ວິ້ງລິງ, ແຂວງກວາງຈິ້. ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໄດ້ຍ້ອງຍໍຊົມເຊີຍ, ຮັບຮູ້ບັນດາຄວາມມານະພະຍາຍາມຂອງອຳນາດການປົກຄອງທ້ອງຖິ່ນ ໃນຊຸມປີຜ່ານມາຊຶ່ງໄດ້ສຸມໃສ່ກໍ່ສ້າງບ້ານເກີດເມືອງນອນ ວິ້ງແທກ, ວິ້ງລິງ ນັບມື້ນັບປ່ຽນໃໝ່, ພິເສດແມ່ນ ຕາແສງວິ້ງແທກ ໄດ້ສູ້ຊົນກາຍເປັນຕາແສງນຳໜ້າໃນການພັດທະນາຊົນນະບົດໃໝ່ຂອງແຂວງກວາງຈິ້. ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໄດ້ມອບຂອງຂວັນ 20 ພູດ ໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍຂອງເມືອງ.