ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ນາມດິງ
ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ນາມດິງ
(ພາບ: ອິນເຕີເນັດ)
(vov world) ຕອນເຊົ້າວັນທີ 5/2, ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງນາມດິງ. ເມື່ອເຮັດວຽກກັບການນຳແຂວງ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານໄດ້ຕີລາຄາສູງບັນດາໝາກຜົນເຊິ່ງອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນ ແຂວງ ນາມດິງບັນລຸໄດ້ໃນໄລຍະຜ່ານມາ ແລະ ເນັ້ນໜັກວ່າ ແຂວງນາມດິງໄດ້ປະຕິບັດ 3 ບາດກ້າວບຸກທະລຸຕາມມະຕິກອງປະຊຸມໃຫຍ່ພັກກອມມູນິດຫວຽດນາມ ໄດ້ວາງອອກເປັນຢ່າງດີ ນັ້ນແມ່ນ ສຸມໃສ່ກໍ່ສ້າງພື້ນຖານໂຄງລ່າງ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ປະຕິຮູບລະບຽບການບໍລິຫານ ເພື່ອແນໃສ່ສ້າງທ່າແຮງໃຫ້ແກ່ການເຕີບໂຕ. ທ່ານນາງຮອງປະທານປະເທດ ສະເໜີວ່າ: ໃນໄລຍະທີ່ຈະມາເຖິງ, ແຂວງນາມດິງຄວນສືບຕໍ່ຮັກສາບັນດາໝາກຜົນທີ່ບັນລຸໄດ້, ເສີມຂະຫຍາຍທ່າໄດ້ປຽບຢ່າງສູງສຸດ, ກ້າວຂຶ້ນຢ່າງແຂງແຮງກ່ວາເພື່ອບັນລຸລະດັບເຕີບໂຕດ້ານເສດຖະກິດແບບຍືນຍົງ. ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງນາມດິງ, ທ່ານຮອງປະທານປະເທດ ຫງວຽນທິຢວານ ໄດ້ໄປຖະຫວາບທູບທຽນຢູ່ ວິຫານ ເຈີນ ຢູ່ເມືອງ ໂລກເວື້ອງ, ນະຄອນນາມດິງ.