ທ່ານນາງຮອງປະທານປະເທດດັ້ງທິງອັກທີ້ງຕ້ອນຮັບຜູ້ແທນສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ

(VOVWORLD) -ໃນຕອນເຊົ້າວັນທີ 5 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານນາງ ດັ້ງທິງອັກທີ້ງ ຮອງປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນຕາງໜ້າສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ ແລະ ວິສາຫະກິດ, ນັກທຸລະກິດເຂົ້າຮ່ວມລາຍການ “ລະດູບານໃໝ່ນັກທຸລະກິດປະຊາຄົມປີ 2018”.

ທ່ານນາງຮອງປະທານປະເທດດັ້ງທິງອັກທີ້ງຕ້ອນຮັບຜູ້ແທນສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ - ảnh 1 ທ່ານນາງຮອງປະທານປະເທດດັ້ງທິງອັກທີ້ງຕ້ອນຮັບ

ຜູ້ແທນສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານນາງ ຮອງປະທານປະເທດ ດັ້ງທິງອັກທີ້ງ ອວຍພອນລາຍການ “ລະດູບານໃໝ່ນັກທຸລະກິດປະຊາຄົມປີ 2018” ໃຫ້ສຳເລັດຜົນ; ປາດຖະໜາວ່າສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ມີບັນດາການເຄື່ອນໄຫວຢ່າງແທດຈິງ, ມີປະສິດທິຜົນ, ເອົາໃຈໃສ່ໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມເຊື່ອມຕົວເຂົ້າກັບປະຊາຄົມ. ທ່ານນາງ ຮອງປະທານປະເທດ ກໍ່ປາດຖະໜາວ່າວິສາຫະກິດຈະສຳເລັດຜົນໃນການຜະລິດ - ດຳເນີນທຸລະກິດ ແລະ ມີການປະກອບສ່ວນແຫຼ່ງກຳລັງຫຼາຍກວ່າອີກໃຫ້ການເຄື່ອນໄຫວເພື່ອການກຸສົນເວົ້າລວມ, ໃນນັ້ນມີການປະກອບສ່ວນໃຫ້ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ.

ຕອບກັບ

ຂ່າວ/ບົດ​ອື່ນ