ທ່ານນາງຮອງປະທານປະເທດດັ້ງທິຫງອກທິ້ງພົບປະເຈລະຈາກັບນາຍົກລັດຖະມົນແລະຮອງປະທານສະພາຕ່ຳໂປໂລຍ

ທ່ານນາງຮອງປະທານປະເທດດັ້ງທິຫງອກທິ້ງພົບປະເຈລະຈາກັບນາຍົກລັດຖະມົນແລະຮອງປະທານສະພາຕ່ຳໂປໂລຍ - ảnh 1
ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ຫງອກ​ທິ້ງ ພົບ​ປະ​ເຈ​ລະ​ຈາ​ກັບ​
ທ່ານ​ນາງນາ​ຍົກ​ລັດ​ຖະ​ມົນ​ຕີໂ​ປ​ໂລຍ Beata Szydlo.
(ພາບ: TTXVN)

(vovworld) - ​ຕອນ​ບ່າຍ​ວັນ​ທີ 09/06, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ຫງອກ​ທິ້ງ ໄດ້​ມີ​ການ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​​ນາງນາ​ຍົກ​ລັດ​ຖະ​ມົນ​ຕີໂ​ປ​ໂລຍ Beata Szydlo. ຢ​ູ່​ທີ່ນີ້, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ຫງອກ​ທິ້ງ ຢືນ​ຢັນ​ວ່າ, ຫວຽດ​ນາມ ຖື​ເປັນ​ສຳ​ຄັນການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ກັບ​ໂ​ປ​ໂ​ລຍ; ຂອບ​ໃຈ ໂ​ປ​ໂ​ລຍ ໄດ້​ສະ​ຫງວນ​ບ້ວງ​ເງິນ​ສິນ​ເຊື່ອບ​ຸ​ລິ​ມະ​ສິດ​ທີ່​ມີ​ມູນ​ຄ່າ 250 ລ້ານເອີ​ໂລ ໃຫ້​ແກ່​ຫວຽດ​ນາມ ແລະ ປາດ​ຖະ​ໜາ​ວ່າ 2 ຝ່າຍ​ຈະ​ລົງ​ນາມ​ໃນ​ສັນ​ຍາ​ແມ່​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ເງິນ ດ້ວຍ​ບ້ວງ​ເງິນ​ສິນ​ເຊື່ອ​ດັ່ງ​ກ່າວ​ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ລະ​ອຽດ​ຢ​ູ່​ຫວຽດ​ນາມ ໂດຍ​ໄວ.

        ສ່ວນ​ທ່ານ​​ນາງນາ​ຍົກ​ລັດ​ຖະ​ມົນ​ຕີ​ໂ​ປ​ໂລຍ Beata Szydlo ກໍ່ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ ຈ​ະ​ໄດ້​​ຮັບ​ການພັດ​ທະ​ນາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ໂດຍ​ສະ​ເພາະ​ແມ່ນ​ໃນ​ສະ​ພາບ​ທີ່​ສັນ​ຍາ​ການ​ຄ້າ​ເສ​ລ​ີ​ຫວຽດ​ນາມ - ສະ​ຫະ​ພາບ​ເອີ​ລົບ (EU) ​​ໃກ້​ຈ​ະໄດ້​ຮັບ​ການ​ປະ​ຕິ​ບັດ.

        ແລະກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ີ​ການ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ຕ່ຳ​ໂ​ປ​ໂລຍ Malgorzata Kidawa Blonska, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ຫງອກ​ທິ້ງ ໄດ້​ຕີ​ລາ​ຄາ​ສູງ​ການ​ຊ່ວຍ​ເຫຼືອ​ອັນ​ລ​້ຳ​ຄ່າ​ເຊິ່ງ​ໂປ​ໂລຍ ​ໄດ້ສະ​ຫງວນ​ໃຫ້​ແກ່​ຫວຽດ​ນາມ ໃນ​ພາ​ລະ​ກິດ​ຕໍ່​ສູ່​ປົດ​ປ່ອ​ຍ​ຊ​າດໃນ​ເມື່ອ​ກ່ອນ ກໍ​່​ຄື​ໃນ​ພາ​ລະ​ກິດ​ສ້າງ​ສາ​ປະ​ເທດ​ຊາດ​ໃນ​ປະ​ຈຸ​ບັ​ນ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດກໍ່​ສ້າງ​ພະ​ນັກ​ງານ​ໃຫ້​ແກ່​ຫວຽດ​ນາມ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ປາດ​ຖະ​ໜາ​ວ່າ, ສະ​ພາ​ແຫ່ງ​ຊາດ​ໂ​ປ​ໂລຍ ຈະ​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ​ຫວຽດ​ນາມ - EU (EVFTA) ແລະ ຮັບ​ຮອງ​ຂໍ້​ກຳ​ນົດ​ກົດ​ລະ​ບຽບ​​ເສດ​ຖະ​ກິດການ​ຕະ​ຫຼາດ​ຂອງ​ຫວຽດ​ນາມ ໂດຍ​ໄວ.

        ກ່ອນ​ໜ້ານັ້ນ, ໃນ​ຕອນ​ຄ່ຳ​ວັນ​ທີ 08/06, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ຫງອກ​ທິ້ງ ໄດ້​​ໄປ​ຢ້ຽມ​ຢາມ, ພົບ​ປະ ແລະ ໂ​ອ້​ລົມ​ກັບ​ພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖານ​ທູ​ດ​ຫວຽດ​ນາມ ແລະ ຜູ້​ຕາງ​ໜ້າ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ໂປ​ໂລຍ. ກ່າວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ຫງອກ​ທິ້ງ ໄດ້​ແຈ້ງ​ໃຫ້​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ໂປ​ໂລຍ ຊາບ ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ຂອງ​ປະ​ເທດ​ຊາດ, ໃນ​ນັ້ນ​ໄດ້​ເນັ້ນ​ໜັກ​ເຖິງ​ບັນ​ດາ​ນະ​ໂຍ​ບາຍ​ປະ​ຕ​ິ​ບັດ​ແນ​ວ​ທາງ​ປ່ຽນ​ໃໝ່ຄື: ​ສຸມ​ໃສ່​ສ້າງ​ໂຄງ​ປະ​ກອບ​ບັນ​ດາ​ຂົງ​ເຂດ​ການ​ເງິນ, ທະ​ນາ​ຄານ, ​ການລົງ​ທຶນ​ພາກ​ລັດ… ຄືນ​ໃໝ່​, ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ຂອງ​ລັດ​ຖະ​ບານ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ, ໂດຍ​ສະ​ເພາະ​ແມ່ນ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ; ນະ​ໂຍ​ບາຍ​ຮຽກ​ຮ້ອງ​ການ​ລົງ​ທຶນ​ເຂົ້າ​ໃນ​ຂົງ​ເຂດ​ກະ​ສິ​ກຳ, ຊົນ​ນະ​ບົດ.

ຂ່າວ/ບົດ​ອື່ນ