ທ່ານນາງຮອງປະທານປະເທດດັ້ງທິຫງອກທິ້ງເຂົ້າຮ່ວມງານບຸນມະຫາສາມັກຄີທົ່ວປວງຊົນຢູ່ຮ່າໂນ້ຍ
ທ່ານນາງ ດັ້ງທິຫງອກທິ້ງ ເຂົ້າຮ່ວມງານບຸນມະຫາ
ສາມັກຄີທົ່ວປວງຊົນ ໃນໂອກາດສະເຫຼີມສະຫຼອງ 86 ປີ
(ພາບ: daidoanket.vn)
(vovworld)- ວັນທີ 14/11, ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ ໄດ້ເຂົ້າຮ່ວມງານບຸນມະຫາສາມັກຄີທົ່ວປວງຊົນ ໃນໂອກາດສະເຫຼີມສະຫຼອງ 86 ປີ ແຫ່ງວັນມູນເຊື້ອແນວໂຮມປະເທດຊາດຫວຽດນາມ (18/11/1930-18/11/2016) ຢູ່ຕາແສງດ້ຽນບຽນ, ເມືອງບາດິ່ງ, ນະຄອນຫຼວງຮ່າໂນ້ຍ. ນະທີ່ນີ້, ທ່ານ ນາງຮອງປະທານປະເທດ ປາດຖະໜາວ່າ: ອຳນາດການປົກຄອງຕາແສງດ້ຽນບຽນ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງຕຳແສງໜຶ່ງທີ່ມີທີ່ຕັ້ງຢູ່ໃຈກາງຂອງນະຄອນຫຼວງ ປະຕິບັດສຳເລັດໜ້າທີ່ເປັນຢ່າງດີ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງນະຄອນຫຼວງ ແລະ ທົ່ວປະເທດ.
ແລະກໍ່ທີ່ກອງປະຊຸມ, ທ່ານ ຮອງປະທານປະເທດ ດັ້ງທິຫງອກທິ້ງ ໄດ້ມອບຂອງຂວັນຈຳນວນໜຶ່ງ ໃຫ້ບັນດາຄອບຄົວນະໂຍບາຍ, ບັນດາຄອບຄົວວັດທະນະທຳ ທີ່ດີເດັ່ນ ປີ 2016.