(vovworld) - ວັນທີ 12/04, ຢູ່ຮ່າໂນ້ຍ, ກຸ່ມບໍລິສັດອຸສາຫະກຳຖ່ານຫີນ - ຊັບພະຍາກອນໂລຫະຫວຽດນາມ (Vinacomin) ໄດ້ຈັດພິທີຍ້ອງຍໍບັນດາແບບຢ່າງດີເດັ່ນ ແລະ ສະຫຼຸບວຽກງານແຂ່ງຂັນ - ຍ້ອງຍໍປີ 2013, ປຸກລະດົມຂະບວນການອອກແຮງງານ, ປະຕິບັດວິໄລ, ຮ່ວມແຮງຮ່ວມໃຈ, ສຳເລດແຜນການຜະລິດດຳເນີນທຸລະກິດປີ 2014. ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໄດ້ເຂົ້າຮ່ວມ ແລະ ມອບບັນດານາມມະຍົດອັນສູງສົ່ງໃຫ້ໝູ່ຄະນະ, ຄົນງານຂະແໜງຖ່ານຫີນ, ຊັບພະຍາກອນໂລຫະ.
ປີ 2013, Vinacomin ຜະລິດຖ່ານຫີນດິບໄດ້ກວ່າ 42 ລ້ານໂຕນ; ປະລິມານຖ່ານຫີນສະອາດບັນລຸເກືອບ 40 ໂຕນ. ການສົ່ງອອກທັງປີ 2013 ບັນລຸ 12 ລ້ານໂຕນ ແລະຈຳໜ່າຍພາຍໃນປະເທດໄດ້ກວ່າ 27 ລ້ານຕົນ, ໄດ້ປະກອບເງິນເຂົ້າງົບປະທານ 12.700 ຕື້ດົງ.