ທ່ານນາງຮອງປະທານປະເທດຫງວຽນທິຢວານຢື້ຢາມຖາມຂ່າວ,ລະດົມກຳລັງໃຈປຊຊເຂດຖືກນ້ຳຖ້ວມ
(ທ່ານນາງຮອງປະທານປະເທດຫງວຽນທິຢວານ
ຢື້ຢາມຖາມຂ່າວ, ລະດົມກຳລັງໃຈປຊຊເຂດຖືກນ້ຳຖ້ວມ)
(vovworld) - ຕອນເຊົ້າວັນທີ 31/07, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໄດ້ລົງແຂວງກວາງນິງ ເພື່ອຢື້ຢາມຖາມຂ່າວ, ລະດົມກຳລັງໃຈບັນດາຄອບຄົວຖືກເສຍຫາຍຢ່າງໜັກ ໃນຍາມຝົນຕົກນ້ຳຖ້ວມຢູ່ນະຄອນຮ້າລອງ ແລະ ມອບຈຳນວນເງິນກວ່າ 1 ຕື້ດົງ. ເມື່ອເຮັດວຽກກັບແຂວງກວາງນິງ, ທ່ານນາງຮອງປະທານປະເທດ ໄດ້ຍ້ອງຍໍຄວາມມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດຂອງແຂວງ, ພ້ອມທັງປາດຖະໜາວ່າ ອຳນາດການປົກຄອງ ພ້ອມກັບປະຊາຊົນຕ້ອງຮ່ວມແຮງຮ່ວມໃຈເພື່ອຜ່ານຜ່າຄວາມຫຍຸ້ງຍາກນີ້.
“ຂ້າພະເຈົ້າຂໍສົ່ງຄຳແບ່ງເປົາເສົ້າສະຫຼົດໃຈມາຍັງບັນດາຄອບຄົວຖືກເຄາະຮ້າຍ, ພິເສດແມ່ນບັນດາຄອບຄົວມີຜູ້ເສຍຊີວິດ. ປະຈຸບັນ, ພວກເຮົາພວມແກ້ໄຂ. ດ້ວຍນ້ຳໃຈ ແລະ ຄວາມຮັກແພງມະນຸດຂອງຊາດຫວຽດນາມ, ກວາງນິງ ຈະໄດ້ຮັບການຊ່ວຍເຫຼືອເພື່ອນຳຊີວິດ ແລະ ການຜະລິດກັບຄືນສູ່ສະພາບເປັນປົກກະຕິ.”
ໄລ່ມາຮອດປະຈຸບັນ, ບັນດາອົງການຈັດຕັ້ງ, ຫົວໜ່ວຍ, ວິສາຫະກິດຕ່າງໆ ໄດ້ຈົດທະບຽນໜູນຊ່ວຍໃຫ້ປະຊາຊົນກວາງນິງ ຈຳນວນເງິນເກືອບ 50 ຕື້ດົງ.