ທ່ານນາງຮອງປະທານປະເທດເຂົ້າຮ່ວມພິທີສະເຫລີມສະຫລອງ60ປີແຫ່ງວັນສ້າງຕັ້ງມະຫາວິທະຍາໄລພາສາຕ່າງປະເທດ
ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ປະດັບຫລຽນໄຊເອກະລາດຊັ້ນຫນຶ່ງໃຫ້ໂຮງຮຽນ
ພາບ:TTXVN
|
(vovworld)- ກ່າວຄຳເຫັນທີ່ພິທີສະເຫລີມສະຫລອງ 60 ປີແຫ່ງວັນສ້າງຕັ້ງ ມະຫາວິທະຍາໄລພາສາຕ່າງປະເທດ ຈັດຂຶ້ນໃນ ຕອນເຊົ້າວັນທີ 6/11, ຢູ່ ຮ່າໂນ້ຍ, ທ່ານນາງ ຮອງປະທານປະເທດ ຫງວຽນທິຢວານ ໄດ້ຕີລາຄາສູງບັນດາຜົນງານຊື່ງໂຮງຮຽນດັ່ງກ່າວບັນລຸໄດ້ໃນ 60 ປີຜ່ານມາ ແລະ ເນັ້ນຫນັກວ່າ: ໃນໄລຍະເຊື່ອມໂຍງ, ພາສາຕ່າງປະເທດ ເປັນຂົວເຊື່ອມຕໍ່ລະຫວ່າງບັນດາປະເທດ, ຊຸກຍູ້ການເຊື່ອມໂຍງຢ່າງເລິກເຊິ່ງ ກວ້າງຂວາງ ລະຫວ່າງຫວຽດນາມກັບໂລກ. ສະນັ້ນ ເລື່ອງສິດສອນພາສາຕ່າງປະເທດແມ່ນສຳຄັນທີ່ສຸດໃນພາລະກິດພັດທະນາລວມຂອງປະເທດຊາດ. ທ່ານນາງຮອງປະທານປະເທດ ເນັ້ນຫນັກວ່າ:
“ໂຮງຮຽນ ຄວນສືບຕໍ່ເອົາໃຈໃສ່ປ່ຽນໃຫມ່ຫລັກສູດ, ລາຍການ, ເນື້ອໃນ ແລະ ວິທີສິດສອນ, ໃນນັ້ນ ເອົາໃຈໃສ່ເຖິງການບຳລຸງສ້າງຕາມທິດໝູນໃຊ້ເພື່ອໃຫ້ນັກສຶກສາພາຍຫລັງຮຽນຈົບ ມີຄວາມສາມາດດ້ານພາສາຕ່າງປະເທດບັນລຸມາດຖານຂອງພາກພື້ນ ແລະ ສາກົນ.”