ທ່ານນາງຮອງປະທານສະພາແຫ່ງຊາດ ຕອ່ງທິຟ້ອງ ຕ້ອນຮັບ ທ່ານອຸນແກ້ວວຸທິລາດ ຫົວໜ້າຫ້ອງວ່າການສະພາແຫ່ງຊາດລາວ
ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມຕອ່ງທິຟ້ອງ ຕ້ອນຮັບ ທ່ານອຸນແກ້ວວຸທິລາດ ຫົວໜ້າຫ້ອງວ່າການສະພາ ແຫ່ງຊາດລາວ
|
(vovworld)- ທີ່ການຕ້ອນຮັບທ່ານອຸນແກ້ວວຸທິລາດ ຫົວໜ້າຫ້ອງວ່າການສະພາແຫ່ງຊາດລາວ ເມື່ອຕອຍບ່າຍວັນທີ 7/1 ທີ່ຮ່າໂນ້ຍ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕອ່ງທິຟ້ອງ ໄດ້ຕີລາຄາສູງບົດບາດ ແລະ ຄວາມເປັນເຈົ້າການຕັ້ງໜ້າຮ່ວມມືລະຫວ່າງຫ້ອງວ່າການສະພາແຫ່ງຊາດຂອງ 2 ປະເທດໃນໄລຍະທີ່ຜ່ານມາ, ເປັນຕົ້ນແມ່ນວຽກງານເປັນເສນາທິການ, ຮັບໃຊ້ບັນດາການເຄື່ອນໄຫວຮ່ວມມືລະຫວ່າງສະພາແຫ່ງຊາດຂອງ 2 ປະເທດ.
ທ່ານອຸນແກ້ວວຸທິລາດ ຫົວໜ້າຫ້ອງວ່າການສະພາແຫ່ງຊາດລາວ ໄດ້ສະແດງຄວາມເຊື່ອໝັ້ນວ່າ ສາຍພົວພັນລະຫວ່າງ ຫ້ອງວ່າການສະພາແຫ່ງຊາດຂອງ 2 ປະເທດ ຈະນັບມື້ນັບບັນລຸປະສິດທິຜົນ, ແທດຈິງ ແລະ ເຂົ້າສູ່ລວງເລິກ.
ກ່ອນໜ້ານັ້ນ, ທ່ານອຸນແກ້ວວຸທິລາດ ຫົວໜ້າຫ້ອງວ່າການສະພາແຫ່ງຊາດລາວໄດ້ມີການເຈລະຈາກັບທ່ານຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ຫງວຽນແຫ້ງຟຸກ. 2 ຝ່າຍໄດ້ເປັນເອກະສັນກັນ ໃນໄລຍະທີ່ຈະມາເຖິງ, ຈະສືບຕໍ່ຍູ້ແຮງການຮ່ວມມື, ເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນທາງດ້ານການເງິນ, ການຈັດແບ່ງງົບປະມານ, ກໍຄືວຽກງານຮັບໃຊ້ບັນດາກອງປະຊຸມຂອງສະພາແຫ່ງຊາດ .