ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ຝລັ່ງ

ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ຝລັ່ງ - ảnh 1
​ທ່ານນາມ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຕ່ອງ​ທິຟ໋ອງ
ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ແຂວງ Val de Marne
(ພາບ: radiovietnam.vn)


(vovworld) – ວັນ​ທີ 10/10, ທີ່​ການ​ຕ້ອນຮັບ​ທ່ານນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຕ່ອງ​ທິຟ໋ອງ, ທ່ານ Christian Favier, ສະມາຊິກ​ສະພາ​ສູງ, ປະທານ​ສະພາ​ແຂວງ Val de Marne ​ໃຫ້​ຮູ້​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຈະມານະ​ພະຍາຍາມ​ຮ່ວມ​ມື​ຫຼາຍກວ່າ​ອີກ, ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ທ່ອງ​ທ່ຽວ ​ແລະ ​ເສດຖະກິດ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເຖິງ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ ​ແລະ ຫັນການຜະລິດ​ຊາ​ແຂວງ​ອຽນ​ບ໋າ​ຍ ​ເປັນສິນ​ຄ້າ. ສ່ວນ​ທ່ານ​ນາງຮອງ​ທ່ານ​ປະ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຕ່ອງ​ທິຟ໋ອງ ສະ​ເໜີ​ໃຫ້ ທ່ານ​ປະທານ Christian Favier ​ແລະ ການ​ນຳ​ສະພາ​ແຂວງ Val de Marne ​ແລກປ່ຽນ​ບົດ​ຮຽນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ບໍລິຫານ​ອຳນາດ​ການ​ປົກຄອງ​ຂັ້ນ​ແຂວງ, ທັງ​ຮັບປະກັນ​ລັກສະນະ​ຄົບ​ຊຸດ ​ແລະ ຈັດ​ແບ່ງ​ຂັ້ນ​ຄຸ້ມ​ຄອງ… ພ້ອມ​ທັງ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ແຂວງ Val de Marne ກັບ​ແຂວງ​ອຽນ​ບ໋າຍ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ສົ່ງ​ອອກ​ຊາ ​ຂອງ​ແຂວງ​ອຽນ​ບ໋າ​ຍ. ທ່ານ​ນາງ​ຮອງ​ປະທານສະພາ​ແຫ່ງ​ຊາດ ກໍ່​ສະ​ເໜີ​ໃຫ້​ແຂວງ Val de Marne ສືບ​ຕໍ່​ໜູນ​ຊ່ວຍ​ແຂວງ​ອຽນ​ບ໋າ​ຍ ​ແລະ ບັນດາ​ແຂວງ​ພູດ​ອຍທາງ​ທິດ​​ຕາ​ເວັນ​ຕົກສ່ຽງ​ເໜືອ​ຂອງ​ຫວຽດນາມ ພັດທະນາ​ບັນດາ​ຂົງ​ເຂດ​ການ​ສຶກສາ, ສາທາລະນະ​ສຸກ, ປັບປຸງບັນດາ​ເງື່ອນ​ໄຂ​​ເບິ່ງ​ແຍງ​ສຸຂະພາບ​ໃຫ້​ປະຊາຊົນ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ເປົາ​ໝາຍ​​​ແມ່ຍິງ ​ແລະ ​ເດັກນ້ອຍ​ເຂ​ດພູ​ສູງ.
ຂ່າວ/ບົດ​ອື່ນ