ທ່ານນາຍົກລັດຖະມົນຕີ Nguyen Tan Dung ຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ
ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ
ພາບ:tienphong.vn
|
(vovworld) - ຕອນເຊົ້າວັນທີ 14/11, ສືບຕໍ່ໂຄງການດຳເນີນງານຂອງກອງປະຊຸມສະໄຫມສາມັນເທື່ອທີ 4 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ. ເມື່ອເວົ້າເຖິງການຊີ້ນຳບໍລິຫານແຜນການພັດທະນາເສດຖະກິດສັງຄົມປີ 2013, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ຢືນຢັນວ່າ: ລັດຖະບານຈະຮີບເຮັ່ງຜັນຂະຫຍາຍການປະຕິບັດຢ່າງຂ້ຽວຂາດບັນດາຫນ້າທີ່ ແລະ ມາດຕະການທີ່ໄດ້ລະບຸໄວ້ໃນມະຕິຂອງສະພາແຫ່ງຊາດກ່ຽວກັບແຜນການພັດທະນາເສດຖະກິດ ສັງຄົມປີ 2013. ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ, ຊຸກຍູ້ການພັດທະນາເສດຖະກິດສັງຄົມ, ຊຶ່ງແມ່ນບັນຫາທີ່ ສສຊ ຊັກຖາມຫລາຍກວ່າໝູ່, ທ່ານນາຍົກລັດຖະມົນຕີ Nguyen Tan Dung ຍົກອອກ 4 ໝວດມາດຕະການຕ້ອງປະຕິບັດຢ່າງຄົບຊຸດ, ເປັນຈຸດສຸມໃນແຕ່ລະຂົງເຂດ, ແຕ່ລະຈຸດເວລາ ເພື່ອນຳມາຊຶ່ງປະສິດທິຜົນສູງສຸດ.
“ລັດຖະບານສຸມໃສ່ຊີ້ນຳ ກ່ອນອື່ນໝົດແມ່ນຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຮັກສາລະດັບຈະເລີນເຕີບໂຕລວມຂອງພື້ນຖານເສດຖະກິດຢ່າງເໝາະສົມ, ຕ້ອງຄວບຄຸມໄພເງິນເຟີ້ໃຫ້ໄດ້, ບໍ່ປະໃຫ້ໄພເງິນເຟີ້ເພີ່ມຢູ່ໃນລະດັບສູງຄືນໃຫມ່. ໝວດມາດຕະການທີສອງ ແມ່ນຍູ້ແຮງການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່, ຫັນປ່ຽນຮູບແບບເສດຖະກິດຕິດພັນກັບການຜັນຂະຫຍາຍປະຕິບັດຂອດບຸກທະລຸຢ່າງມີປະສິດທິຜົນ ເພື່ອສ້າງຄວາມສະດວກໃນຕໍ່ຫນ້າ ແລະ ຍາວນານໃຫ້ແກ່ວິສາຫະກິດ. ໝວດມາດຕະການທີ 3 ແມ່ນແກ້ໄຂຫນີ້ເສຍ, ສິນຄ້າຄ້າງສາງ, ແກ້ໄຂສະພາບອະສັງຫາລິມະສັບຖືກຕິດຄັດ. ໝວດມາດຕະການທີ 4, ນັ້ນແມ່ນປະຕິຮູບດ້ານບໍລິຫານ ຊຶ່ງລວມມີ ການປະຕິຮູບກົດໝາຍ ແລະ ລະບຽບການບໍລິຫານ, ເພື່ອໃຫ້ພື້ນຖານເສດຖະກິດການຕະຫລາດພຽງພໍ, ໂປ່ງໃສ, ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ.”
ກ່ອນທີ່ຕອບຄຳຊັກຖາມ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ສະເຫນີຕໍ່ສະພາແຫ່ງຊາດບົດລາຍງານອະພິປາຍກ່ຽວກັບບາງເນື້ອໃນຊຶ່ງ ສສຊ ແລະ ຜູ້ມີສິດເລືອກໃນທົ່ວປະເທດມີຄວາມສົນໃຈ.