ທ່ານນາຍົກລັດຖະມົນຕີ Nguyen Tan Dung ເຂົ້າຮ່ວມ WEF ອາຊີຕາເວັນອອກ 2012

ທ່ານນາຍົກລັດຖະມົນຕີ Nguyen Tan Dung ເຂົ້າຮ່ວມ WEF ອາຊີຕາເວັນອອກ 2012 - ảnh 1
ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung


Vovworld- ດ້ວຍຫົວ​ຂໍ້​ວ່າ “ຫົວ​ຂໍ້ຂອງ​ກອງ​ປະຊຸມ​ປີ​ນີ້​ແມ່ນ “ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ໃນ​ການ ສ້າ​ງອະນາຄົດ​ໃຫ້​ແກ່​ພາກ​ພື້ນ​ຜ່ານ​ການ​ເຊື່ອມ​ຕໍ່​ກັນ ”.​ເວທີ​ປາ​ໄສ​ເສດຖະກິດ​ໂລກ​ກ່ຽວກັບອາຊີຕາເວັນອອກປີ 2012 ໄດ້ຖືກໄຂຂຶ້ນຢູ່ ບາງກອກປະ​ເທດ​ໄທ.  ເວທີ​ປາ​ໄສ​ເສດຖະກິດ​ໂລກ​ກ່ຽວກັບອາຊີຕາເວັນອອກປີ 2012 ສຸມ​ໃສ່​ປຶກສາ​ຫາລື 3 ​ເນື້ອ​ໃນ​ຕົ້ນ​ຕໍ່​ຄື: ບົດບາດ​ຂອງ​ບັນດາ​ພື້ນຖານ​ເສດຖະກິດ​ເຕີບ​ໂຕ​ສູງ​ຂອງ​ອາ​ຊຽນ ​ໃນ​ການ​ສ້າງ​ຄວາມ​ດຸນດຽງ​ກ່ຽວ​ກັບ​ແງ່​ຫວັງ​ເສດຖະກິດ​ທົ່ວ​ໂລກ ​ແລະ ພາກ​ພື້ນ​ຄືນ​ໃໝ່; ບົດ​ບາດຂອງ​ບັນດາ​ລັດຖະບານ ​ແລະ ອົງການ​ຈັດ​ຕັ້ງ​ໃນ​ການ​ນຳ​ສະ​ເໜີ, ຜັນຂະ​ຫຍາ​ຍບັນດາ​ນະ​ໂຍບາຍ​ການ​ເງິນ​ຢ່າງ​ມີ​ປະສິດທິ​ຜົນ ​ແນ​ໃສ່​ຄວບ​ຄຸມ​ໄພ​ເງິນ​ເຟີ້, ​ທຶນໝູນວຽນ, ການ​​ເໜັງ​ຕີງຂອງລາ​ຄາ​ສິນຄ້າ ​ແລະ ການ​ເຕີບ​ໂຕ​ແບບ​ດຸ່​ນດ່ຽງ; ການ​ນຳ​ໃຊ້​ທ່າ​ໄດ້​ປຽບ​ດ້ານ​ປະຊາກອນ ​ແລະ ​ເຕັກ​ໂນ​ໂລ​ຢີ​ໃນ​ພາກ​ພື້ນ​ເພື່ອ​ພັດທະນາ​ບັນດາ​ຮູບ​ແບບ​ການ​ເຕີບ​ໂຕ​ໂດຍ​ຜ່ານ​ການ​ປ່ຽນ​ແປງ​ໃໝ່. ​ໃນ​ບົດ​ປາ​ໄສກ່າວ​ທີ່ ເວທີ​ປາ​ໄສ​, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ຢືນຢັນ​ວ່າ ການ​ຮ່ວມ​ມື, ​ເຊື່ອມ​ຕໍ່​ໃນ​ພາກ​ພື້ນ​ພວມ​ແມ່ນ​ໜຶ່ງ​ໃນ​ບັນດາທ່າ​ອຽງ​ເປັນ​ເຈົ້າ​ພາ​ທາງ​ຢູ່​ອາຊີ​ຕາ​ເວັນ​ອອກ​ດ້ວຍ​ບົດບາດຕັ້ງໜ້າ​ຂອງ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ພິ​ເສດ​ແມ່ນ​ບັນດາ​ປະ​ເທດ​ອາ​ຊຽນ. ທ່ານ​ກ່າວ​ວ່າ :

  “ ຂ້າພະ​ເຈົ້າ​ໄດ້​ຖື​ວ່າ ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ ຄວນ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນຢູ່​​ໃນລະດັບ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ຄວບ​ຄຸມ​ໄພ​ທຳ​ມະ​ສາດ. ຕ້ອງ​ໃຫ້​ບຸລິມະສິດ​ກວ່າ​ອີກ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວຢ່າງ​ລະອຽດ​ ​ເພື່ອ​ຊ່ວຍ​ເຫຼືອ​ບັນດາ​ປະ​ເທດ​ຮັບ​ມື​ກັບ​​ໄພນ້ຳ​ຖ້ວມ, ​ໄພ​ທຳ​ມະ​ສາດ, ການ​ຊຶມ​ນ້ຳ​ເຄັມ, ຄ້ຳປະກັນ​ດ້ານ​ທັນ​ຍາຫານ ​ແລະ ຊອກ​ຫາບັນດາ​ມາດ​ຕະການ​ຢ່າງ​ຍາວ​ນານ​​ໃຫ້​ແກ່​ການ​ນຳ​ໃຊ້​ແຫຼ່ງນ້ຳຂອງ​ແມ່​ນ້ຳ​ຢ່າງ​ໝັ້ນຄົງ. ອີກ​ບັນຫາ​ໜື່ງສຳຄັນ​ທີ່​ຂ້າພະ​ເຈົ້າ​ຢາກ​ຍົກ​ອອກ​ມາ​ແມ່ນ ບັນຫາ​ສັນຕິພາບ​, ສະຖຽນລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ. ຫວຽດນາມ ​ໄດ້​ຖື​ວ່າ ບັນດາ​ຝ່າຍ​ທີ່​ກ່ຽວ​ຂ້ອງຄວນ​ແກ້​ໄຂ​ການຍາດ​ຊິ່ງອະທິປະ​ໄຕຢູ່​ທະເລ​ຕາ​ເວັນ​ອອກ ຜ່ານ​ບັນດາ​ມາດ​ຕະການ​​ໂດຍ​ສັນຕິ​ວິທີ ບົນ​ຈິດ​ໃຈເຂົ້າ​ອົກ​ເຂົ້າໃຈ ​ແລະ ​ເຄົາລົບ​ເຊິ່ງກັນ ​ແລະ ກັນ, ປະຕິບັດ​ຕາມ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ( UNCLOS ), ຮັບປະກັນ​ການເຄົາ​ລົບ ​ແລະ ປະຕິບັດ DOC ຢ່າງ​ເຂັ້ມ​ງວດ ​ແລະ ຄົບ​ຖ້ວນ,​ຊຸກຍູ້​ການ​ສ້າງ COC ​ໂດຍ​ໄວ ​ແລະ ​ເພີ​ມທະວີຄວາມ​ໄວ​ເນື້ອ​ເຊື່ອ​ໃຈ​ກັນຢູ່​ພາກ​ພື້ນ  ”.

        ທ່ານ​ນາຍົກລັດຖະມົນຕີຫວຽດນາມກໍຢືນຢັນ​ວ່າ ຫວຽດນາມ​ ສືບ​ຕໍ່​ສົມທົບ​ກັນ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​​ເພື່ອ​ຊຸກຍູ້​ບັນດາ​ຂໍ້​ລິ​ເລີມ, ຂອບ​ເຂດການ​ຮ່ວມ​ມື ມຸງ​ໄປ​ເຖິງ​ຈຸດໝາຍ​ປັບປຸງ​ຄວາມ​ສະຫງົບ​ປອດ​ໄພ - ສັນຕິພາບ​ໃນ​ພາກ​ພື້ນ; ຍົກ​ສູງ​ປະສິດ​ທິ​ຜົນ​ກາ​ນ​ເຂົ້າ​ຮ່ວມ​ບັນດາ​ຂອບ​ເຂດ, ກົນ​​ໄກ​ຮ່ວມ​ມື​​ໃນພາກ​ພື້ນ​ອາຊີຕາ​ເວັນ​ອອກ. ຫວຽດນາມ​ ​ເປັນ​ເຈົ້າ​ການນຳສະ​ເໜີ​ ​ແລະ ​ເຂົ້າ​ຮ່ວມ​ບັນດາຂໍ້​ລິ​ເລີມຕ່າງໆ​ເພື່ອ​ແນ​ໃສ່​ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ຂອງ​ເວທີ​ປາ​ໄສ​ເສດຖະກິດ​ໂລກ.

 

ຂ່າວ/ບົດ​ອື່ນ