ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Hun Sen ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ
(ພາບປະກອບ)
(vovworld) - ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ, ທ່ານນາຍົກລັດຖະມົນຕີແຫ່ງລາຊະອານາຈັກ ກຳປູເຈຍ Samdech Hun Sen ແລະ ພັນລະຍາ ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 26 – 28/12. ຫວຽດນາມ ແມ່ນປະເທດທຳອິດເຊິ່ງທ່ານນາຍົກລັດຖະມົນຕີ Samdech Hun Sen ໄປຢ້ຽມຢາມ ພາຍຫຼັງໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີຄືນໃໝ່. ເດີນທາງພ້ອມກັບທ່ານນາຍົກລັດຖະມົນຕີ Samdech Hun Sen ໃນຄັ້ງນີ້ມີ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ Hor Namhong; ທ່ານລັດຖະມົນຕີຂັ້ນສູງຮັບຜິດຊອບບັນຫາຊາຍແດນ Var Kimhong; ທ່ານລັດຖະມົນຕີຂັ້ນສູງ, ລັດຖະມົນຕີກະຊວງການຄ້າ Sun Chanthol ແລະ ບັນດາລັດຖະມົນຕີກະຊວງອື່ນໆອີກດ້ວຍ.