ທ່ານນາຍົກລັດຖະມົນຕີ ຈີນ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ

(VOVWORLD) - ນີ້ແມ່ນການຢ້ຽມຢາມ ຫວຽດນາມ ເປັນຄັ້ງທຳອິດ ພາຍຫຼັງ 11 ປີຂອງນາຍົກລັດຖະມົນຕີ ຈີນ
ທ່ານນາຍົກລັດຖະມົນຕີ ຈີນ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ - ảnh 1ທ່ານນາຍົກລັດຖະມົນຕີຈີນ ຫຼີສຽງ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ທີ່ການພົບປະປີ 2023
(ພາບປະກອບ: VGP)

        ວັນທີ 12 ຕຸລາ, ທ່ານນາຍົກລັດຖະມົນຕີແຫ່ງ ສປ.ຈີນ ຫຼີສຽງ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 12 – 14 ຕຸລາ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ ຟ້າມມິງຈິງ.

        ນີ້ແມ່ນການຢ້ຽມຢາມ ຫວຽດນາມ ເປັນຄັ້ງທຳອິດ ພາຍຫຼັງ 11 ປີຂອງນາຍົກລັດຖະມົນຕີ ຈີນ, ກໍແມ່ນການຢ້ຽມຢາມ ຫວຽດນາມ ເປັນຄັ້ງທຳອິດຂອງທ່ານ ຫຼີສຽງ ໃນຖານະຕຳແໜ່ງດັ່ງກ່າວ, ສະແດງໃຫ້ເຫັນຄວາມຖືເປັນສຳຄັນຂອງພັກ, ລັດ ຈີນ ແລະ ທ່ານນາຍົກລັດຖະມົນຕີ ຫຼີສຽງ ສຳລັບການພົວພັນ 2 ຝ່າຍ. ການຢ້ຽມຢາມແມ່ນການສືບທອດມູນເຊື້ອພົບປະແລກປ່ຽນຂັ້ນສູງລະຫວ່າງ 2 ພັກ, 2 ລັດ, ມີຄວາມໝາຍສຳຄັນໃນການເພີ່ມທະວີການພົວພັນຄູ່ຮ່ວມມື ຮ່ວມມືຍຸດທະສາດຢ່າງຮອບດ້ານ, ຊຸກຍູ້ການສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ