ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ປະຕິຮູບການຈັດຕັ້ງຄະນະລັດຖະບານ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ແຕ່ງຕັ້ງທ່ານນາງ Seiko Hashimoto ສະມາຊິກສະພາສູງ ຮັບດໍາລົງຕໍາແໜ່ງເປັນລັດຖະມົນຕີຮັບຜິດຊອບບັນດາງານມະຫາກໍາກິລາ Olympics ແລະ Paralympics ໂຕກຽວ 2020. 
ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ປະຕິຮູບການຈັດຕັ້ງຄະນະລັດຖະບານ - ảnh 1ທ່ານ Shinjiro Koizumi ລັດຖະມົນຕີກະຊວງສິ່ງແວດລ້ອມຄົນໃໝ່ຂອງຍີ່ປຸ່ນ (ພາບ: Reuters.)

 ວັນທີ 11 ກັນຍາ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໄດ້ດໍາເນີນການປະຕິຮູບການຈັດຕັ້ງຄະນະລັດຖະບານ, ໃນນັ້ນ ພຽງແຕ່ຮັກສາ 2 ຕໍາແໜ່ງຫຼັກແຫຼ່ງ ເຊິ່ງລວມມີ: ທ່ານຫົວໜ້າຫ້ອງວ່າການລັດຖະບານ Yoshihide Suga ແລະ ທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການເງິນ Taro Aso. ສ່ວນ 17 ຕໍາແໜ່ງຍັງເຫຼືອ ແມ່ນມີການ ປ່ຽນແປງ ຫຼື ຍົກຍ້າຍ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ ທ່ານລັດຖະມົນຕີກະຊວງການເງິນ Taro Kono  ໄດ້ຮັບການແຕ່ງຕັ້ງດໍາລົງຕໍາແໜ່ງເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ໃນຂະນະນັ້ນ, ທ່ານ Toshimitsu Motegi ປ່ຽນແທນໃຫ້ທ່ານ Kono ມາຮັບດໍາລົງຕໍາແໜ່ງເປັນລັດຖະມົນຕີການຕ່າງປະເທດ.

        ໃນຄວາມມານະພະຍາຍາມຊຸກຍູ້ນະໂຍບາຍມອບສິດໃຫ້ແກ່ແມ່ຍິງນັ້ນ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ແຕ່ງຕັ້ງທ່ານນາງ Seiko Hashimoto ສະມາຊິກສະພາສູງ ຮັບດໍາລົງຕໍາແໜ່ງເປັນລັດຖະມົນຕີຮັບຜິດຊອບບັນດາງານມະຫາກໍາກິລາ Olympics ແລະ Paralympics ໂຕກຽວ 2020. ໃນຈໍານວນຕໍາແໜ່ງມີການປ່ຽນແປງນັ້ນ, ມີການນໍາ 13 ຄົນ ແມ່ນການນໍາຄົນໃໝ່ທີ່ໄດ້ຮັບການແຕ່ງຕັ້ງດໍາລົງຕໍາແໜ່ງເປັນລັດຖະມົນຕີໃນອົງການຈັດຕັ້ງລັດຖະບານເປັນຄັ້ງທໍາອິດ.

ຕອບກັບ

ຂ່າວ/ບົດ​ອື່ນ