ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ຢ້ຽມຢາມ ເອີຣົບ ແລະ ອາເມລິກາເໜືອ

(VOVWORLD) - ໃນລະຫວ່າງວັນທີ 22 – 29 ເມສາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຈະປະຕິບັດການຢ້ຽມຢາມບາງປະເທດ ເອີຣົບ ແລະ ອາເມລິກາເໜືອ

ໃນລະຫວ່າງວັນທີ 22 – 29 ເມສາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຈະປະຕິບັດການຢ້ຽມຢາມບາງປະເທດ ເອີຣົບ ແລະ ອາເມລິກາເໜືອ ແນໃສ່ປຶກສາຫາລືບັນດາຫົວເລື່ອງໃນໂຄງການດຳເນີນງານທີ່ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ຊຶ່ງຄາດວ່າຈະດຳເນີນຢູ່ Osaka ໃນເດືອນ ມິຖຸນາ ຈະມາເຖິງ.

        ຕາມແຜນການແລ້ວ, ທ່ານນາຍົກລັດຖະມົນຕີ Shinzo Abe ຈະຢ້ຽມຢາມ ແລະ ມີບັນດາການເຈລະຈາຂັ້ນສູງກັບການນຳ 4 ປະເທດຢູ່ ເອີຣົບ ຄືຝຣັ່ງ, ອີຕາລີ, ສະໂລວາກີ, ແບນຊິກ ແລະ 2 ປະເທດຢູ່ອາເມລິກາເໜືອ ຄືອາເມລິກາ ແລະ ການາດາ.

ຕອບກັບ

ຂ່າວ/ບົດ​ອື່ນ