ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຈະ​ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 44, 45 ແລະ ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ສູງ​ທີ່​ກ່ຽວ​ຂ້ອງ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະນຳໜ້າຄະນະຜູ້ແທນຂັ້ນສູງ  ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44, 45 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.

ວັນທີ 03 ຕຸລາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ: ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ລາວ, ປະເທດປະທານ ອາຊຽນ ປີ 2024, ສອນໄຊ ສີພັນດອນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະນຳໜ້າຄະນະຜູ້ແທນຂັ້ນສູງ  ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44, 45 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ. ບັນດາການເຄື່ອນໄຫວດັ່ງກ່າວ  ດຳເນີນແຕ່ວັນທີ 8 – 11 ຕຸລາ ຢູ່ນະຄອນຫຼວງວຽງຈັນ, ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ