ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ

(VOVWORLD) -   ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ໃນຄາວຍັງມີຊີວິດຢູ່, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍາມໃດກໍໃຫ້ຄວາມເອົາໃຈໃສ່ເປັນພິເສດເຖິງການຮັກສາ, ປັບປຸງ ແລະ ພັດທະນາສາຍພົວພັນທີ່ເປັນມູນເຊື້ອແບບພິເສດ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ; ພ້ອມທັງສະແດງຄວາມຂອບໃຈພັນລະຍາຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທີ່ໄດ້ຂຽນຈົດໝາຍສະບັບອັນສຸດທີ່ຕື້ນຕັນໃຈຝາກເຖິງພັນລະຍາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ (ພາບ: TTXVN)

ຕອນເຊົ້າວັນທີ 26 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ເນື່ອງໃນໂອກາດມາ ຫວຽດນາມ ເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ໃນຄາວຍັງມີຊີວິດຢູ່, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍາມໃດກໍໃຫ້ຄວາມເອົາໃຈໃສ່ເປັນພິເສດເຖິງການຮັກສາ, ປັບປຸງ ແລະ ພັດທະນາສາຍພົວພັນທີ່ເປັນມູນເຊື້ອແບບພິເສດ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ; ພ້ອມທັງສະແດງຄວາມຂອບໃຈພັນລະຍາຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທີ່ໄດ້ຂຽນຈົດໝາຍສະບັບອັນສຸດທີ່ຕື້ນຕັນໃຈຝາກເຖິງພັນລະຍາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

        ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ລາວ, ທອງລຸນ ສີສຸລິດ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນລາວ ຍາມໃດກໍຈົດຈຳບັນດາການປະກອບສ່ວນຢ່າງໃຫຍ່ຫຼວງ, ສຳຄັນ ແລະ ລ້ຳຄ່າຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນການປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດໃນຕະຫຼອດໄລຍະຜ່ານມາ.

        ໃນການພົບປະ, ການນຳສອງທ່ານໄດ້ແລກປ່ຽນກ່ຽວກັບທິດທາງຊຸກຍູ້ການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ ກໍຄືການຮ່ວມມືລະຫວ່າງສອງປະເທດໃນບັນດາເວທີປາໄສຫຼາຍຝ່າຍ.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ